ໂຄງການກໍ່ສ້າງທາງດ່ວນ ບໍ່ເຕັນ-ຫ້ວຍຊາຍ ທີ່ມີຄວາມຍາວຂອງແລວເສັ້ນທາງ ປະມານ 181 ກມ ແມ່ນກວມເອົາ 2 ແຂວງ ເປັນໜື່ງໃນໂຄງການ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານ ແຫ່ງ ສສປ ລາວ ໃຫ້ບໍລິສັດ ລົງທຶນ ແລະ ກໍ່ສ້າງຄົມມະນາຄົມ ແຂວງຢູນານ ຈໍາກັດ(YCIC) ດໍາເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການ.ພາຍຫຼັງທີ່ໄດ້ ຮັບອະນຸຍາດຈາກ ລັດຖະບານ ແຫ່ງ ສສປ ລາວເຈົ້າຂອງໂຄງການກໍ່ໄດ້ ວ່າຈ້າງ ບໍລິສັດທີ່ປຶກສາ ຈະເລີນເອັສໂຊຊິເອດຕ໌ ຫຸ່ນສ່ວນ ຈໍາກັດ ເພື່ອດໍາເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ຂອງໂຄງການດັ່ງກ່າວແມ່ນຈະເລີ້ມຕົ້ນ ຈາກດ່ານຊາຍແດນລາວ-ຈີນ ບໍ່ເຕັນ ຫາ ດ່ານຊາຍແດນລາວ-ໄທ ເຊິ່ງກວມເອົາ2 ແຂວງ 3ເມືອງ ຄື: ແຂວງຫຼວງນໍ້າທາ ປະກອບມີ 2 ເມືອງ ແລະ ແຂວງບໍ່ແກ້ວປະກອບມີ 1 ເມືອງ. ການກໍ່ສ້າງໂຄງການດັ່ງກ່າວ, ມີຄວາມຍາວ 181ກມ, ກ້ວາງ 30 ມ. ມີເນື້ອທີ່ອ່າງໂຕ່ງປະມານ 8,078 ກິໂລຕາແມັດ, ມີເນື້ອທີ່ເຂດອ່າງເກັບນໍ້າ ຈໍານວນ 370ເຮັກຕາ, ລະດັບນໍ້າສູງສຸດ 380 ແມັດທຽບຈາກລະດັບໜ້ານໍ້າທະເລ, ມີໄລຍະສໍາປະທານໂຄງການ 26 ປີ ແລະກໍ່ສ້າງ4 ປ