ບັນຫາຜົນກະທົບຕົ້ນຕໍ ໂຮງງານຜະລິດໂລຫະຂັ້ນພື້ນຖານ2
• ດ້ານສິ່ງແວດລ້ອມ: ເຂດໂຄງການເປັນດິນຂອງບໍລິສັດເອງ ແລະ ເຂດອ້ອມຂ້າງໂຄງການກໍ່ເປັນດິນສວນຂອງປະຊາຊົນ ບໍ່ມີປ່າໄມ້. ຂະບວນການຜະລິດບໍ່ມີການນໍາໃຊ້ນໍ້າເຂົ້າໃນການຜະລິດ, ມີແຕ່ນໍ້າເບື້ອນເກີດຈາກຫ້ອງນໍ້າ, ຫ້ອງອາຫານ, ການນໍາໃຊ້ທົ່ວໄປ ແລະ ການຊະລ້າງເຄື່ອງຈັກເທົ່ານັ້ນ ແລະ ນໍ້າເພື່ອໃຊ້ລໍ່ລ້ຽງຄວາມເຢັນຂອງເຄື່ອງຈັກ.
• ດ້ານສັງຄົມ: ບ້ານທີ່ຄາດວ່າຈະຖືກຜົນກະທົບແມ່ນບ້ານໂພນສະຫວັນ ແຕ່ບໍ່ມີການຈັດສັນຍົກຍ້ານປະຊາຊົນ, ເພາະເນື້ອທີ່ໂຮງງານເປັນດິນຂອງບໍລິສັດເອງ