ຜົນກະທົບຕໍ່ສິ່ງແວດລ້ອມ: ມີຜົນກະທົບຕໍ່ປ່າເລົ່າຈໍານວນ….ຮຕ, ທາງໂຄງການຈະນໍາໃຊ້ນໍ້າຈາກເຊບັ້ງໄຟ ແລະ ນໍ້າງໍ, ເຊິ່ງຈະສູບນໍ້າຈາກເຊບັ້ງໄຟມາໃສ່ອ່າງເກັບນໍ້າຢູ່ນໍ້າງໍ ຫຼັງຈາກນັ້ນ,ຈະເຮັດທໍ່ສົ່ງນໍ້າປະມານ 5ກິໂລແມັດ ເພື່ອມາຮັບໃຊ້ໃນຂະບວນການຜະລິດຂອງໂຮງງານ. ທີ່ຕັ້ງໂຄງການຫ່າງຈາກປ່າສະຫງວນແຫ່ງຊາດນາກາຍ-ນໍ້າເທີນ ແລະ ປ່າສະຫງວນຂອງແຂວງຫີນໜາມໜໍ່ ປະມານ 3 ກິໂລແມັດ.- ສໍາລັບຜົນກະທົບຕໍ່ສັງຄົມ:ປະຊາຊົນຈໍານວນ 3 ບ້ານຈະໄດ້ຮັບຜົນກະທົບ ຄື: ເຂດໂຮງງານ ມີ 3 ບ້ານ (ໃນນີ້ 2ບ້ານຈະມີການຈັດສັນຍົກຍ້າຍ) ແລະ ເຂດອ່າງເກັບນໍ້າ ມີ 4 ບ້ານ ຈະສູນເສຍດິນທໍາການຜະລິດກະສິກໍາ ນອກຈາກນັ້ນ ອາດມີຄວາມສ່ຽງທາງດ້ານລະບົບຫາຍໃຈ ຍ້ອນວ່າໂຮງງານຈະເຮັດໃຫ້ມີສານປົນເປື້ອນໃນອາກາດ.