ເຂື່ອນນ້ຳຂອງ ຫຼວງພະບາງ
ຜົນກະທົບຕໍ່ສິ່ງແວດລ້ອມ:
ອີງຕາມຂໍ້ມູນຈາກບົດລາຍງານການປະເມີນຜົນກະທົບຕໍ່ສິ່ແວດລ້ອມສັງຄົມ ແລະ ທໍາມະຊາດ ແຄມອ່າງເກັບນໍ້າຂອງໂຄງການດັ່ງກ່າວ ສ່ວນຫຼາຍເປັນປ່າພຸ່ມ ແລະ ສ່ວນຂອງປະຊາຊົນ ສະນັ້ນຈະບໍ່ມີຜົນກະທົບຕໍ່ເນື້ອທີ່ປ່າໄມ້ສາມປະເພດປ່າ ແຕ່ຈະເຮັດໃຫ້ສູນເສຍຊີວະນາໆພັນ, ເຄື່ອງປ່າຂອງດົງ ແລະ ສັດປ່າຫຼາຍຊະນິດ,ການດໍາລົງຊີວິດຂອງປາໃນເຂດໂຄງການ, ຄຸນນະພາບນໍ້າໜ້າດິນ, ນໍ້າໃຕ້ດິນແລະ ການເຊາະເຈື່ອນ. ປະຈຸບັນ ຜູ້ພັດທະນາໂຄງການ ກໍາລັງພົວພັນກັບ ກົມປ່າໄມ້ກ່ຽວກັບ ການຢັ້ງຢືນເນື້ອທີ່ປ່າໄມ້ດັ່ງກ່າວ
ຜົນກະທົບຕໍ່ສັງຄົມ:
ຈະສົ່ງຜົນກະທົບຕໍ່ປະຊາຊົນ 4ເມືອງ 3 ແຂວງ ຄື: ເມືອງຈອມເພັດ, ເມືອງປາກອູແຂວງຫຼວງພະບາງ, ເມືອງງາແຂວງອຸດົມໄຊ ແລະ ເມືອງຫົງສາ ແຂວງໄຊຍະບູລີ. ກະທົບຕປະຊາຊົນທັງໝົດ 26 ບ້ານໂດຍແບ່ງອອກເປັນ 4 ກຸ່ມ ຜູ້ໄດ້ຮັບຜົນກະທົບ ຄຶ: 1) ບ້ານທີ່ຈະຖືກຈັດສັນຍົກຍ້າຍລວມມີ 6 ບ້ານ, 2) ບ້ານທີ່ຈະຖືກຈັດສັນຍົກຍ້າຍສ່ວນໜຶ່ງ ລວມມີ 9 ບ້ານ, 3) ບ້ານທີ່ຖືກຜົນກະທົບຕໍ່ດິນກະສິກໍາລວມມີ 8 ບ້ານ ແລະ 4) ບ້ານທີ່ຢູ່ລຸ່ມເຂື່ອນ ລວມມີ 3 ບ້ານ