ໂຄງການກໍ່ສ້າງທາງດ່ວນ ບໍ່ເຕັນຫ້ວຍຊາຍ ຈະສົ່ງຜົນກະທົບຕໍ່ກັບຊັບສິນ ຂອງປະຊາຊົນ ທັງໝົດ 51ບ້ານ 3 ເມືອງ 2 ແຂວງ ຄື: ແຂວງຫຼວງນໍ້າທາ ປະກອບມີ 2 ເມືອງແລະ ແຂວງບໍ່ແກ້ວ ປະກອບມີ 1ເມືອງ ດັ່ງລາຍລະອຽດລຸ່ມນີ້:1. ແຂວງຫຼວງນໍ້າທາປະກອບມີ 2 ເມືອງ 31 ບ້ານ ຄື:
– ເມືອງຫຼວງນໍ້າທາປະກອບມີ 15 ບ້ານ ຄື: ບ້ານບໍ່ເຕັນໃໝ່, ບໍ່ປຽດ, ຕິນຕົກ, ຫ້ວຍດໍາ, ນໍ້າແດງ, ຕາຫວານ, ບວມພຽງ,ນານ້ອຍ, ຫ້ວຍຫົກ, ປ່າສັກ, ສົບຕຸດ, ນໍ້າກອຍ, ນາລັນເໜືອ, ທ່າແສແລະ ບ້ານຂົວສູງ. ໃນທັງໝົດ 15ບ້ານ ປະກອບມີ 2,253 ຄອຍຄົວ,1,861 ຫຼັງຄາເຮືອນ ແລະ ມີປະຊາກນອທັງໝົດ ຈໍານວນ10,217 ຄົນ, ໃນຈໍານວນທັງໝົດທີ່ກ່າວມານັ້ນ, ຄາດວ່າຈະໄດ້ຮັບຜົນກະທົບ ປະມານ 66 ຫຼັງຄາເຮືອນແລະ ໂຮງງານນໍ້າດື່ມ 1 ແຫ່ງ;
– ເມືອງວຽງພູຄາ ປະກອບມີ 16 ບ້ານ ຄື: ບ້ານປຣາງ, ຕາລອງ, ນໍ້າລຸງ, ນໍ້າສິງ, ພູລັນເໜືອ, ນໍ້າແອງ, ນໍ້າໂອ, ນໍ້າມາງ, ລະມອນ, ນໍ້າຟ້າ, ໂພນທອງ, ນໍ້າເງີນ, ປາງຊາຍ,ນໍ້າຈີ່ຣິ, ພູລັນໃຕ້ ແລະ ບ້ານນໍ້າແພ.ໃນທັງໝົດ 16 ບ້ານ ປະກອບມີ1,815 ຄອຍຄົວ, 1,627 ຫຼັງຄາເຮືອນ ແລະ ມີປະຊາກນອທັງໝົດ ຈໍານວນ 7,893 ຄົນ, ໃນຈໍານວນທັງໝົດທີ່ກ່າວມານັ້ນ, ຄາດວ່າຈະໄດ້ຮັບຜົນກະທົບ ປະມານ 30ຫຼັງຄາເຮືອນ.2. ແຂວງບໍ່ແກ້ວ ປະກອບມີ1 ເມືອງ (ເມືອງຫ້ວຍຊາຍ) 20ບ້ານ ຄື: ບ້ານຊອດ, ລະໂກນ, ທ່າຟ້າ, ປາງສະ ລາວ, ດອນໃຈ, ບ້ານນໍ້າແຊວ, ນາງາມ, ນໍ້າທຸງ, ນາຫຼວງ, ນໍ້າຕອງ, ນໍ້າຕິນ, ບໍ່ເຫຼັກ, ໂພນທອງ,ນໍ້າຈ້າງ, ນໍ້າຕອຍ, ໄຊຈະເລີນ, ຈອມຈຸກ, ນໍ້າຄໍາ ປາກຮາວໃຕ້ ແລະ ບ້ານວຽງໃໝ່. ໃນທັງໝົດ 20 ບ້ານປະກອບມີ2,970 ຄອຍຄົວ,2,523 ຫຼັງຄາເຮືອນ ແລະ ມີປະຊາກນອທັງໝົດ ຈໍານວນ13,350 ຄົນ, ໃນຈໍານວນທັງໝົດທີ່ກ່າວມານັ້ນ, ຄາດວ່າຈະໄດ້ຮັບຜົນກະທົບ ປະມານ 39 ຫຼັງຄາເຮືອນແລະ ຮ້ານຂາຍເຄືອງ ຈໍານວນ 17ຮ້ານ.ໃນບັນດາບ້ານທີ່ກ່າວມາຂ້າງເທິງນັ້ນ ຄາດຈະໄດ້ຮັບຜົນກະທົບຈາກການສູນເສຍເນື້ອທີ່ດິນປຸກສ້າງ, ດິນ
ສ່ວນໄມ້ໃຫ້ໝາກ, ສວນຢາງພາລາແລະ ອື່ນໆ