ໂຄງການຂຸດຄົ້ນແຮ່ກົ່ວ, ຊືນ, ຊັງກະສີ, ເງິນ ຢູ່ເຂດຜາພູເງິນ, ບ້ານທ່າຍໍ ເມືອງຫີນບູນ ແຂວງຄຳມ່ວນ ຂອງບໍລິສັດ ຜາພູເງິນ ມາຍນິ້ງ ຈໍາກັດ
• ດ້ານສິ່ງແວດລ້ອມ
ປ່າໄມ້ ເຂດສໍາປະທານສ່ວນໃຫ່ຍ ແມ່ນກວມເອົາຜາຫີນປູນ ເປັນລັກສະນະໜໍ່ຊໍ່ຟ້າ (ຫີນ ໜາມໜໍ່) ຈັດເຂົ້າເປັນໂຄງສ້າງຫີນປູນ, ສາຍນໍ້າທີ່ຢູ່ໃກ້ເຂດໂຄງການມີສາຍຫ້ວຍງີ້ວ,ຫ້ວຍແໜ່ງ, ແລະ ຫ້ວຍອາດສາຍ ທີ່ໄຫຼລົງສູ່ສາຍນໍ້າປະແທ່ນ ເຊິ່ງຄຸນນະພາບນໍ້າຂອງນໍ້າປະແທ່ນ ອາດເຊື່ອມໂຊມແລະ ມີຄຸນະພາບຕໍ່າ ຍ້ອນການເຊາະລ້າງຈາກຂະບວນການຂຸດຄົ້ນ-ປຸງແຕ່ງ ແລະສິ່ງເສດເຫລືອຈາກໂຄງການ ລວມທັງການເຊາະເຈື່ອນ ແລະ ການຕົກຕະກອນລົງສູ່ແມ່ນໍ້າ ເຊິ່ງຈະເຮັດໃຫ້ແມ່ນໍ້າຕື້ນເຂີນ ແລະ ມີມົນລະພິດ, ຜົນກະທົບ ຕໍ່ທໍລະນີສາດ ຈາກການຂຸດຄົ້ນແຮ່ໃຕ້ດິນອາດຈະເປັນສາເຫດສົ່ງຜົນໃຫ້ເກີດການຍຸບຕົວ ແລະ ນໍາໄປສູ່ການສູນເສຍລະດັບຊັ້ນດິນ, ນອກຈາກນັ້ນ, ຍັງເກີດຝຸ່ນລະອອງເກີດຈາກການເຄື່ອນທີ່ຂອງພາຫານະຕ່າງໆ, ການບຸກເບີກ ໃນອຸມຸງໃຕ້ດິນ,ການຊີເຈາະລະເບີດ ແລະ ການນໍາໃຊ້ອຸປະກອນການຂຸດເຈາະ ລວມທັງການຄົບແຮ່ກ່ອນປ້ອນເຂົ້າໂຮງງານ
• ດ້ານສັງຄົມ
ໂຄງການ ບໍ່ມີການຈັດສັນຍົກຍ້າຍປະຊາຊົນ, ບັນຫາຜົນກະທົບທາງດ້ານສັງຄົມ ເປັນຕົ້ນ ການຈໍາກັດເຂົ້າຫາເຄື່ອງປ່າຂອງດົງ ຂອງປະຊາຊົນ, ການນໍາໃຊ້ນໍ້າປະແທ່ນ, ການສັນຈອນ, ສຽງດັ່ງຈາກໂຮງງານຄົບແຮ່ ແລະ ອື່ນໆ.