• ດ້ານສິ່ງແວດລ້ອມ: ນອນໃນເຂດປ່າຜະລິດແຫ່ງຊາດລ້ອງຄານ-ລ້ອງຄາວ100%, ໃນນັ້ນກວມເອົາເນື້ອທີ່ປ່າດົງດິບປະມານ 296 ເຮັກຕາ, ປ່າປະສົມ463 ເຮັກຕາ ແລະ ປ່າເລົ່າ 179 ເຮັກຕາ(ຂໍ້ມູນເບື້ອງຕົ້ນ) ອີງຕາມໜັງສື ຂອງກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ສະບັບເລກທີ 4198/ກປມ, ລົງວັນທີ24/09/2018, ນໍ້າເປື້ອນໃນໄລຍະດໍາເນີນງານ ອາດສົ່ງຜົນກະທົບຕໍ່ຫ້ວຍນໍ້າທໍາມະຊາດທີ່ຢູ່ໃກ້ເຂດໂຄງການ.
• ດ້ານສັງຄົມ : ບ້ານທີ່ຄາດວ່າຈະໄດ້ຮັບຜົນກະທົບ ແມ່ນບ້ານມ່ວງຄໍາ, ເມືອງພູກູດ ແຕ່ບໍ່ມີການຈັດສັນຍົກຍ້າຍປະຊາຊົນ, ເຂດແຄ້ມພັກພະນັກງານ ແລະເຂດທີ່ຕັ້ງໂຮງງານປຸງແຕ່ງ 30 ເຮັກຕາ ມີຜົນກະທົບຕໍ່ດິນໄຮ່ໝູນວຽນຂອງປະຊາຊົນ, ປະຈຸບັນ ບໍລິສັດ ກໍາລັງສົມທົບກັບພາກສ່ວນເມືອງ ເພື່ອຫາເນື້ອທີ່ທໍາການຜະລິດ ເຮັດໄຮ່ໝູນວຽນໃຫ້ປະຊາຊົນ.