ນ້ຳຮຸນ 1-2 ບໍລິສັດ ກຸ່ມພັດທະນາດວງຈະເລີນ ບໍລິສັດ ບໍລິການດ້ານສິ່ງແວດລ້ອມແບບຍືນຍົງ
• ຜົນກະທົບປ່າໄມ້
ໂຄງການນໍ້າຮຸນ-1ປ່າໄມ້ແລະດີິນນໍາໃຊ້ ທີ່ຄາດວ່າຈະຖືກກະທົບປະກອບມີ: ເນື້ອທີ່ແມ່ນໍ້າຮຸນໃນເຂດອ່າງເກັບນໍ້າ 127ຮຕ, ປ່າປະສົມ 185ຮຕ, ປ່າໄມ້ປ່ອງ 107ຮຕ, ປ່າເລົ່າ 120ຮຕ, ພະລານຫີນ18ຮຕນໍ້າຮຸນໃນເຂດອ່າງເກັບນໍ້າ 224 ຮຕ,ປ່າປະສົມ391 ຮຕ, ປ່າໄມ້ປ່ອງ283ຮຕ, ປ່າເລົ່າ265 ຮຕ, ພະລານຫີນ93 ຮຕ ແລະ ປ່າພຸ່ມແຄມນໍ້າ97ຮຕ.
• ຜົນກະທົບສັງຄົມ
ໃນເຂດໂຄງການນໍ້າຮຸນ-1 ແລະ ນໍ້າຮຸນ-2 ແມ່ນມີພຽງໝູ່ບ້ານດຽວຄືບ້ານຊຽງເໜືອ ທີ່ຖືວ່າຢູ່ໃກ້ອ່າງເກັບນໍ້າຂອງໂຄງການ ລົງມາທາງຕອນລຸ່ມປະມານ 15 ກມ ແລະ 45
ກມ ຕາມລໍາດັບ, ຊຶ່ງບ້ານດັ່ງກ່າວຕັ້ງຢູ່ເຂດຕອນລຸ່ມຂອງໂຄງການ ທີ່ຖືວ່າບໍ່ໄດ້ຮັບຜົນກະທົບຫຼາຍຈາກໂຄງການ ມີແຕ່ການນໍາໃຊ້ດິນແລະປ່າໄມ້ ເພື່ອການຖາງປ່າເຮັດໄຮ່-ເຮັດ
ສວນ ຕາມລະດູການ