ບົດຄໍາເຫັນຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງ ຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2020 ເຫດການ 1 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ໃນ

ທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງ ທັບ, ທົ່ວປວງຊົນ ພວມຫ້າວຫັນ ຟົດຟື້ນ ຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ VIII ໃນທ້າຍສະໄໝ, ວິໃສທັດ, ຍຸດທະສາດ ແລະ ແຜນພັດທະນາຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ, ຂະບວນການກະກຽມ ແລະ ດໍາເນີນ ກອງ ປະຊຸມໃຫຍ່ສາມຂັ້ນ, ພວກເຮົາພ້ອມກັນສະເຫຼີມສະ ຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ກໍ່ຄື ວັນສິ່ງແວດ ລ້ອມໂລກ ວັນທີ 5 ມິຖຸນາ 2020 ເຊີ່ງໃນແຕ່ລະປີ ພວກເຮົາກໍ່ໄດ້ຖືເອົາວັນດັ່ງກ່າວ ເປັນການປຸກລະດົມ ແລະ ສ້າງຈິດສໍານຶກ ໃນການປົກປັກຮັກສາສີ່ງແວດລ້ອມໃນທົ່ວປະເທດ ພາຍໃຕ້ຄໍາຂວັນທີ່ແຕກຕ່າງ ກັນໃນແຕ່ລະປີ ເຮັດໃຫ້ທົ່ວສັງຄົມລາວ ມີຄວາມຮັບ ຮູ້ ເຂົ້າໃຈ, ມີຄວາມຕື່ນຕົວ ແລະ ເປັນເຈົ້າການຍີ່ງ ຂື້ນ, ບັນດາແຜນການ ແລະ ຄາດໝາຍສູ້ຊົນ ທີ່ໄດ້ກໍາ ນົດໄວ້ ໃນແຜນ 5 ປີ ຄັ້ງທີ VIII ໄດ້ຮັບການຈັດຕັ້ງຢ່າງ ມີຜົນສໍາເລັດ ເປັນຢ່າງດີເວົ້າລວມ, ເວົ້າສະເພາະ ແມ່ນ ການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຖືເອົາການພັດທະນາໄປຕາມ ທິດ ຍືນຍົງ ແລະ ສີຂຽວ. ວັນສິ່ງແວດໂລກ ວັນທີ 5 ມີຖຸນາ 19972, ອົງການ ສະຫະປະຊາຊາດຮ່ວມກັບລັດຖະບານ ປະເທດສະ ວີເດັນ ໄດ້ຈັດກອງປະຊຸມ ສຸດຍອດໂລກ ກ່ຽວກັບ ສິ່ງແວດລ້ອມຂອງມະນຸດ ທີ່ສະຕ໋ອກໂຮມ, ປະເທດສະ ວີເດັນ ໂດຍໃຊ້ເວລາກະກຽມເຖິງ 3 ປີ ເພື່ອກະກຽມ ຂໍ້ສະເໜີຕ່າງໆ ລວມທັງ ແຜນດຳເນີນງານ ແລະ ກົດ ໝາຍ ວ່າດ້ວຍ ສິ່ງແວດລ້ອມຂອງມະນຸດ ເຊິ່ງມີຜູ້ເຂົ້າ ຮ່ວມປະຊຸມທັງໝົດ 1.200 ຄົນ ຈາກ 113 ປະເທດ ແລະ ມີຜູ້ສັງເກດການຫຼາຍກວ່າ 1.500 ຄົນ ຈາກ ໜ່ວຍງານລັດຖະບານ, ອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງທາງສັງຄົມ, ຕົວແທນເຍົາວະຊົນ, ກຸ່ມນັກ ສຶກສາ ແລະ ສື່ມວນຊົນຂະແໜງຕ່າງໆຈາກທົ່ວໂລກ. ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຜົນສຳເລັດຢ່າງຈົບ ງາມ ແລະ ເປັນຄັ້ງທຳອິດທີ່ປະເທດຕ່າງໆໃນທົ່ວ ໂລກໄດ້ເຫັນດີເປັນເອກະພາບກັນ ປ້ອງກັນໄພອັນ ຕະລາຍຕໍ່ສິ່ງແວດລ້ອມ ທີ່ກຳລັງຈະຄຸກຄາມຕໍ່ໂລກ ຂອງພວກເຮົາ. ດັ່ງນັ້ນ, ເພື່ອເປັນການຫວນຄືນ ຈຸດ ເລີ່ມຕົ້ນຂອງການຮ່ວມມືກັນ ລະຫວ່າງ ນາໆຊາດໃນ ທົ່ວໂລກ ຈຶ່ງໄດ້ມີການກຳນົດເອົາມື້ທຳອິດຂອງກອງ ປະຊຸມ ກ່ຽວກັບ ສິ່ງແວດລ້ອມຂອງມະນຸດ ໃນວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ ພ້ອມທັງໄດ້ ສ້າງຕັ້ງ ອົງການສະຫະປະຊາຊາດ ເພື່ອສິ່ງແວດ ລ້ອມຂຶ້ນ ເຊິ່ງລັດຖະບານຂອງປະເທດຕ່າງໆກໍ່ໄດ້ ຮັບຮອງເອົາຂໍ້ຕົກລົງຂອງກອງປະຊຸມ ເປັນຕົ້ນມາ ແລະ ຈັດຕັ້ງໜ່ວຍງານ ກ່ຽວກັບ ສິ່ງແວດລ້ອມຂຶ້ນ ໃນ ແຕ່ລະປະເທດຂອງຕົນ. ສຳລັບ ສປປ ລາວ ໄດ້ກຳນົດ ເອົາວຽກງານປົກປັກຮັກສາຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ເຂົ້າໃນລັດຖະທຳມະນູນ ປີ 2003. ພ້ອມທັງ ໄດ້ສ້າງຕັ້ງ ອົງການຮັບຜິດຊອບ ວຽກງານສິ່ງແວດລ້ອມ ຂຶ້ນໃນປີ 1993, ພ້ອມທັງໄດ້ ຮັບຮອງເອົາບັນດານະໂຍບາຍ ແລະ ນິຕິກຳຕ່າງໆ ໃນວຽກງານປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນ: ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບທຳອິດຂຶ້ນ ໃນປີ 1999, ສະບັບປັບປຸງ ໃນປີ 2012 ເຊິ່ງໄດ້ກຳນົດເອົາວັນທີ 5 ມິຖຸນາ ເປັນວັນສິ່ງ ແວດລ້ອມແຫ່ງຊາດ ຕາມມາດຕາ 89 ຂອງກົດ ໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ເພື່ອ ເປັນການສົ່ງເສີມ, ສ້າງຈິດສຳນຶກ ແລະ ຍົກລະດັບ ຄວາມຕື່ນຕົວ ໃນການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ປະຊາຊົນ ເພື່ອປະກອບສ່ວນເຮັດໃຫ້ ສປປ ລາວ ຂຽວ ສະອາດ ແລະ ງາມຕາ. ມີການສະເຫຼີມ ສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ໄປຄວບຄູ່ກັບ ວັນສິ່ງແວດລ້ອມໂລກ ໃນທຸກໆປີ. ບັນດາທ່ານທີ່ນັບຖື, ພໍ່ແມ່ປະຊາຊົນທີ່ຮັກແພງທັງ ຫຼາຍ, ສໍາລັບ ປີ 2020 ນີ້, ປະເທດ ໂຄລົມເບຍ ໄດ້ ເປັນເຈົ້າພາບຮ່ວມກັບປະເທດ ເຢຍລະມັນ ໃນການ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ພາຍໃຕ້ຫົວ ຂໍ້: ëíTime for Natureî ຫລື ëíເຖິງເວລາແລ້ວ ທີ່ ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາທໍາມະຊາດ ແລະ ສິ່ງແວດລ້ອມíí ຊີວະນາໆພັນ ແມ່ນພື້ນຖານ ທີ່ສະໜັບສະໜູນທຸກໆຊີວິດ ໃນໜ້າດິນ ແລະ ລຸ່ມນໍ້າ, ມັນມີຜົນຕໍ່ທຸກໆດ້ານ ຂອງສຸຂະພາບຂອງມະນຸດ ໃນ ການສະໜອງອາກາດ ແລະ ນໍ້າສະອາດ, ອາຫານ ທີ່ ມີຄຸນຄ່າທາງໂພສະນາການ, ແຫລ່ງສຶກສາທາງວິທະ ຍາສາດ ແລະ ແຫລ່ງຢາ, ການຫລຸດຜ່ອນການປ່ຽນ ແປງດິນຟ້າອາກາດ. ເຖິງຢ່າງໃດກໍ່ຕາມ ການກະທໍາ ຂອງມະນຸດ ລວມເຖິງການຕັດໄມ້ ທໍາລາຍປ່າ, ການ ບຸກລຸກທີ່ຢູ່ອາໃສຂອງສັດປ່າ, ການກະສິກຳ ທີ່ເລັ່ງ ລັດ ແລະ ການປ່ຽນແປງດິນຟ້າອາກາດ ໄດ້ກະຕຸ້ນ ທໍາມະຊາດ ໃຫ້ເກີນຂອບເຂດ, ຖ້າເຮົາສືບຕໍ່ບໍ່ແກ້ໄຂ ການກະທໍາດັ່ງກ່າວ ໃນຕໍ່ໜ້າຈະມີຜົນສະທ້ອນຢ່າງ ແຮງຕໍ່ມະນຸດ, ລວມທັງ ການສູນເສຍລະບົບອາຫານ ແລະ ສຸຂະພາບ. ການເກີດພະຍາດ ໂກວິດ-19 ໄດ້ ຊີ້ໃຫ້ເຫັນຄວາມຈິງທີ່ວ່າ, ເມື່ອພວກເຮົາທໍາລາຍຊີ ວະນາໆພັນ ຈະທໍາລາຍລະບົບທີ່ສະໜັບສະໜູນຊີ ວິດມະນຸດ. ປະຈຸບັນ ມີການຄາດຄະເນວ່າ ໃນທົ່ວ ໂລກ ປະມານໜື່ງພັນລ້ານກໍລະນີ ຂອງການເຈັບເປັນ ແລະ ການເສຍຊີວິດລ້ານໆຄົນ ເກີດມາຈາກການລະ ບາດຂອງພະຍາດ 75 ເປີເຊັນ ຂອງພະຍາດຕິດຕໍ່ທີ່ ເກີດໃນມະນຸດ ແມ່ນມາຈາກສັດ, ໝາຍຄວາມວ່າ ມັນຕິດຕໍ່ກັບຄົນ ໂດຍສັດ, ອັນນີ້ ມັນແມ່ນການບົ່ງ ບອກຈາກທໍາມະຊາດວ່າ ພວກເຮົາຕ້ອງໄດ້ຕື່ນຕົວ ແລະ ແກ້ໄຂຢ່າງຮີບດ່ວນ. ຄໍາຂວັນໃນປີນີ້ ແມ່ນສຸມ ໃສ່ ການໂຄສະນາ ບົດບາດທີ່ສໍາຄັນຂອງທໍາມະຊາດ ໃນການສະໜັບສະໜູນຊີວິດໃນໂລກ ແລະ ການພັດທະນາຂອງມະນຸດ ໃນທົ່ວທຸກມູມໂລກ ໃຫ້ເປັນເຈົ້າ ການເຂົ້າຮ່ວມຂະບວນການ ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ ໄວ້ໃຫ້ຍືນຍົງ ແລະ ເຮັດ ໃຫ້ຄຸນນະພາບສິ່ງແວດລ້ອມດີຂຶ້ນ. ປີ 2020 ແມ່ນປີ ທີ່ມີຄວາມໝາຍສໍາຄັນ ຕໍ່ຄວາມມຸ້ງໝັ້ນ ຂອງແຕ່ລະ ປະເທດໃນການປົກປັກຮັກສາ ແລະ ຟື້ນຟູຊີວະນາໆ ພັນ, ປີຕໍ່ໄປ ຍັງເປີດໂອກາດ ໃຫ້ແກ່ການເລີ້ມທົດສະ ຫວັດ ຕໍ່ການສະເໜີ ກ່ຽວກັບ ຊີວະນາໆພັນ ຂອງສະ ຫະປະຊາຊາດ (2021-2030) ເພື່ອແນໃສ່ການຟື້ນ ຟູຂອງລະບົບນິເວດທີ່ຊຸດໂຊມ ເພື່ອຕ້ານກັບວິກິດ ການ ການປ່ຽນແປງດິນຟ້າອາກາດ ແລະ ເພີ້ມຄວາມ ໝັ້ນຄົງທາງດ້ານສະບຽງອາຫານ, ການສະໜອງນໍ້າ ແລະ ຊີວະນາໆພັນ. ສໍາລັບ ສປປລາວ ທີ່ມີຄວາມອຸດົມສົມບູນທາງທໍາມະ ຊາດ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ ພວກ ເຮົາຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ໃນການປົກປັກຮັກ ສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນ ໂດຍຮັບປະກັນ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ເປັນຕົ້ນ ການຮັບປະກັນການພັດທະນາເສດຖະກິດແຫ່ງຊາດ ໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດູນ, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບ ຄວາມສາມາດຂອງບຸກຄະລາກອນຈາກພາກລັດ ແລະ ແຮງງານຈາກເອກະຊົນ ລວມທັງ ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ຮັບ ປະກັນຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໄດ້ຖືກປົກປັກຮັກສາ ແລະ ໃຊ້ຢ່າງມີປະສິດທິ ຜົນ ຕາມທິດ ສີຂຽວ ແລະ ຍືນຍົງ, ກຽມພ້ອມຮັບມືກັບ ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ແລະ ການລະບາດພະຍາດຕ່າງໆ ຢ່າງມີປະສິດທິຜົນພ້ອມ ດຽວກັນນັ້ນ, ກໍ່ຕ້ອງຮັບປະກັນ ການເພີ້ມເນື້ອທີ່ດິນ ປ່າໄມ້, ການປົກປັກຮັກສາທໍາມະຊາດ ໃຫ້ອຸດົມສົມ ບູນ ແລະ ຮັກສາສິ່ງແວດລ້ອມ ໃຫ້ປາສະຈາກມົນລະ ພິດ, ການຖີ້ມສີ່ງເສດເຫລືອຊະຊາຍ, ສົ່ງເສີມການ ຫລຸດຜ່ອນ ຈົນກ້າວໄປເຖີງການຢຸດການການນໍາໃຊຖົງຢາງພລັສຕິກ ປະຕິບັດນະໂຍບາຍດ້ານການພັດ ທະນາຕົວເມືອງ ທີ່ມີຄວາມຍືນຍົງທາງດ້ານສິ່ງແວດ ລ້ອມ ຕິດພັນກັບການສົ່ງເສີມຄຸນນະພາບສິ່ງແວດ ລ້ອມຕົວເມືອງ “ຂຽວ ສະອາດ ແລະ ງາມຕາ” ໃນໂອກາດສະເຫລີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປີນີ້ ຂ້າພະເຈົ້າ ຂໍ ສະແດງຄວາມຂອບໃຈມາຍັງ ທຸກອົງການຈັດຕັ້ງທັງ ພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງ ການທີ່ບໍ່ຂື້ນກັບລັດຖະບານ ແລະ ປະຊາຊົນລາວທຸກ ທົ່ວໜ້າ ທີ່ປະກອບສ່ວນໃນການປົກປັກຮັກສາຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮຽກຮ້ອງ ມາຍັງບັນດາຂະແໜງການທີ່ເຮັດໜ້າທີ່ຄຸ້ມຄອງຊັບ ພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດ ລ້ອມ ຢູ່ສູນກາງ ແລະ ທ້ອງຖິ່ນ, ອົງການປົກຄອງຂັ້ນ ແຂວງ, ນະຄອນຫຼວງ, ອົງການຈັດຕັ້ງທັງພາກລັດ, ພາກເອກະຊົນ, ບັນດາຄູ່ຮ່ວມພັດທະນາ, ບໍລິສັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະ ເທດ ຈົ່ງຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນ ດັ່ງກ່າວນີ້ ທົບທວນການເຄື່ອນໄຫວວຽກງານຂອງ ຕົນ, ສະຫຼຸບ ຜົນງານທີ່ຍາດມາໄດ້ໃນຜ່ານມາ ພ້ອມ ທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ໃນວຽກງານການປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຮຽກຮ້ອງມາຍັງທຸກພາກສ່ວນຂອງສັງຄົມ, ລວມທັງ ພາກລັດ, ພາກເອກກະຊົນ, ພາກທຸລະກິດ ແລະ ທຸ ລະກິດຄອບຄົວ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ຈົ່ງໄດ້ສືບຕໍ່ ພ້ອມກັນເຊື່ອມຊຶມ, ປະ ຕິບັດ, ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຫ້າວຫັນ ໃນການຫັນປ່ຽນພຶດຕິກຳ ແລະ ຈິນຕະນາການຂອງ ຕົນໃຫ້ໄປສູ່ການເຄື່ອນໄຫວ ຕາມທິດສີຂຽວ ແລະ ຍືນ ຍົງ, ບົນພື້ນຖານການນຳໃຊ້ຊັບພະຍາກອນທຳມະ ຊາດຢ່າງປະຢັດ ເພື່ອຄົງຄວາມອຸດົມສົມບູນເປັນພື້ນ ຖານໃຫ້ແກ່ການບັນລຸ ຄາດໝາຍທີ່ກໍານົດໄວ້ໃນ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ທີ່ໄດ້ ເຊື່ອນສານ 18 ເປົ້າໝາຍ ດ້ານການພັດທະນາແບບ ຍືນຍົງ ແລະ ຍຸດທະສາດການເຕີບໂຕສີຂຽວ ດ້ວຍການເພີ່ມທະວີເສດຖະກິດສີຂຽວ ຂັບເຄື່ອນ ສປປ ລາວ ບັນລຸການພັດທະນາແບບຍືນຍົງ ແລະ ລຶບລ້າງ ຄວາມທຸກຍາກແຫ່ງຊາດ. ໃນໂອກາດສະເຫລີມສະຫຼອງ ວັນສໍາຄັນດັ່ງກ່າວນີ້, ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງຄະນະພັກ, ຄະນະນໍາ, ອໍານາດການປົກຄອງແຕ່ລະຂັ້ນ, ພະນັກງານພາກລັດ, ພາກເອກະຊົນ ອົງ ການຈັດຕັ້ງຕ່າງໆ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ ມີຄວາມຈະເລີນກ້າວໜ້າ, ມີຄວາມສຸກ, ສືບຕໍ່ໃຫ້ຄວາມສຳຄັນ, ຊຸກຍູ້ສົ່ງເສີມ ແລະ ເປັນເຈົ້າການເຂົ້າຮ່ວມ ປົກປັກຮັກສາທໍາມະ ຊາດ ແລະ ສິ່ງແວດລ້ອມ ຂອງເຮົາ ໃຫ້ມີຄວາມຍືນຍົງ

Leave a Reply

Your email address will not be published.

situs slot gacor

situs judi togel slot

situs judi online terpercaya

Situs Judi Togel Slot Online Terpercaya Indonesia

slot pulsa

situs judi slot online

togel slot casino online

istana slot online

istanaslot

Situs Judi Slot Deposit Pulsa

judi slot gacor terpercaya

istana slot

istana slot situs slot

ISTANAIMPIAN GROUP

ISTANASLOT

judi slot online gacor

slot win rate tinggi

judi slot online gacor

slot deposit pulsa

istana impian 2

istana impian

istanaimpian slot online

agen togel casino

judi live casino

agen togel casino

istana impian 4

istana impian

istana impian 3

gangster4d

uno prediksi

prediksi togel istanaimpian

slot online gacor 2023

raja situs judi slot

https://www.interactworldwide.org/

slot online gacor

slot online terbaik 2023

Daftar Slot Online Gacor 2023

Situs Judi Slot Demo Pragmatic

slot deposit dana Terbaru 2023

istanaslot

istana slot online

slot88

https://134.209.107.98:777/

https://buletin303.com/

istanaslot

slot dana

https://blog.libero.it/wp/slotdana/2023/05/19/agen-judi-slot-deposit-dana/

https://platform.blocks.ase.ro/blog/index.php?entryid=26210

https://b.hatena.ne.jp/istanaslotgacor2022/

https://b.hatena.ne.jp/istanaslotgacor2022/bookmark?page=2

https://b.hatena.ne.jp/istanaslotgacor2022/bookmark?page=3

https://b.hatena.ne.jp/istanaslotgacor2022/bookmark?page=4

https://t.me/s/togelslot88gacor

https://t.me/s/situsslot

https://telegram.me/s/situsslot

https://medium.com/@gulaiayam8899

https://medium.com/@gulaiayam8899/about

https://medium.com/@gulaiayam8899/berita-terkini-seputar-slot-gacor-dan-togel-online-69848fa6e114

https://medium.com/@gulaiayam8899/rahasia-kesuksesan-dalam-permainan-slot-9a0664549e1b

https://medium.com/@gulaiayam8899/rtp-slot-gacor-auto-sultan-7e23ec9e7afb

https://medium.com/@gulaiayam8899/misteri-slot-gacor-bb02b74acd18

angka toto

https://istana-gacor.xyz/

https://istana-gacor.com/

https://www.istanaslotgacor.xyz/

https://istanaslot.w3spaces.com/

https://slot-toto.netlify.app/

https://gangster4d.netlify.app/

gangster4d slot

gangster4d

slot pulsa

http://ukt.uhnsugriwa.ac.id/admin/slot88/

https://bma.ac.ke/wp-content/uploads/2023/

https://ishcsf.com/slot-gacor/

https://www.sos-logistica.org/wp-content/uploads/slot-demo/

http://labiela.com/cgi-bin/slot-gacor/

https://www.ideasei.com/wp-content/slot-dana/

situs togel
slot777
slot gacor
https://dilmil-padang.go.id/slot-pulsa/
https://dilmil-padang.go.id/slot-dana/
http://covid19.bulukumbakab.go.id/slot-toto/
http://covid19.bulukumbakab.go.id/slot-gacor/
http://covid19.bulukumbakab.go.id/slot88/
http://covid19.bulukumbakab.go.id/slot777/
slot777
slot gacor
http://sion.uhnsugriwa.ac.id/css/slot-gacor/