ກອງປະຊຸມຝຶກອົບຮົມການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ກ່ຽວກັບ ອາກາດ ໃຫ້ແກ່ຄູອາຈານ ສຳລັບ ອະນຸ ບານ 3 ແລະ ຊັ້ນປະຖົມສຶກສາ ປໍ 1-ປໍ 5
ໃນວັນທີ 12-13 ມີນາ 2020 ທີ່ ໂຮງແຮມ ນີວໂຣດ, ນະຄອນຫຼວງວຽງຈັນ. ກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ (ກສສ) ຮ່ວມກັບ ສະຖາບັນຄົ້ນຄວ້າວິ ທະຍາສາດການສຶກສາ (ສວສ) ໄດ້ຈັດກອງປະຊຸມ ຝຶກອົບຮົມການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ກ່ຽວ ກັບ ອາກາດ ໃຫ້ແກ່ຄູອາຈານ ສຳລັບ ຊັ້ນອະນຸບານ 3 ແລະ ຊັ້ນປະຖົມສຶກສາ ປໍ 1-ປໍ 5 ໂດຍການເປັນປະ ທານຮ່ວມຂອງ ທ່ານ ໂລນຄຳ ອາດສະນາວົງ, ຫົວ ໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ນາງ ແສງມະນີ ສຸພັນທະລົບ ຮອງອຳນວຍການ ສູນພັດທະນາຫຼັກສູດການສຶກສາ, ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມ ຈາກ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ສະຖາ ບັນຄົ້ນຄວ້າວິທະຍາສາດການສຶກສາ, ພະແນກ ສຶກ ສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫ້ອງ ການສຶກສາທິການ ແລະ ກິລາ ໃນ 4 ຕົວເມືອງ (ຈັນ ທະບູລີ, ສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ), ຜູ້ອຳນວຍການໂຮງຮຽນຈາກ 9 ໂຮງຮຽນ ແລະ ຄູ ສອນ (ໂຮງຮຽນ ປະຖົມສົມບູນ ສິນໄຊ, ໂຮງຮຽນ ປະຖົມສົມບູນ ຊະນະພົນ, ໂຮງຮຽນ ປະຖົມສົມບູນ ໂພນທັນ, ໂຮງຮຽນປະຖົມສົມບູນ ຈອມເພັດ, ໂຮງຮຽນ ອະນຸບານ ດາລາ, ໂຮງຮຽນ ອະນຸບານ ຊະນະ ພົນ, ໂຮງຮຽນ ອະນຸບານ ຮ່ອງສຸພາບ, ໂຮງຮຽນ ອະນຸ ບານ ໄຊເສດຖາ ແລະ ໂຮງຮຽນອະນຸບານ ສາທາ), ບໍລິສັດ GFA ແລະ ບໍລິສັດ ມາຍມີເດຍ ເຂົ້າຮ່ວມທັງ ໝົດຈຳນວນ 46 ທ່ານ. ເພື່ອສືບຕໍ່ປັບປຸງຫຼັກສູດ ການສຶກສາສິ່ງແວດລ້ອມ ໃນໂຮງຮຽນຂອງຊັ້ນອະນຸ ບານ 3 ແລະ ປະຖົມສຶກສາ ປໍ1-ປໍ5 ແລະ ສ້າງຄວາມ ເຂັ້ມແຂງໃຫ້ຄູອາຈານ ໃນການນໍາໃຊ້ປື້ມແບບຮຽນ ແລະ ຄູ່ມື ກ່ຽວກັບ ອາກາດໃຫ້ມີປະສິດທິພາບ.
ມື້ທີ 1: ຜູ້ເຂົ້າຮ່ວມໄດ້ຮ່ວມກັນຄົ້ນຄ້ວາເນື້ອໃນ, ໂຄງ ສ້າງຂອງປື້ມແບບຮຽນ ແລະ ຄູ່ມື ໂດຍການແບ່ງ ກຸ່ມອອກເປັນ 2 ກຸ່ມຄື: ກຸ່ມຄູຊັ້ນອະນຸບານ ແລະ ກຸ່ມຄູຊັ້ນປະຖົມ ໃນແຕ່ລະກຸ່ມຈະມີຄູຝຶກຈາກ ສວສ ໃຫ້ຄໍາແນະນໍາ ກ່ຽວກັບ ວິທີການສິດສອນ, ການຄົ້ນ ຄວ້າເນື້ອໃນບົດສອນ, ວາງແຜນການສອນ, ການ ສອດແຊກຫຼັກສູດເສີມ ກ່ຽວກັບ ອາກາດເຂົ້າໃນຫຼັກ ສູດສ່ວນກາງ ແລະ ແລກປ່ຽນສົນທະນາ ກ່ຽວກັບ ປະສົບການໃນການສອນ, ການຈັດຕັ້ງປະຕິບັດເລື່ອງ ຄວາມຮູ້ເສີມເຂົ້າໃນຫຼັກສູດສ່ວນກາງໃນໄລຍະ ຜ່ານມາ.
ມື້ທີ 2: ສືບຕໍ່ແບ່ງກຸ່ມຄົ້ນຄວ້າເນື້ອໃນບົດສອນ, ວິ ເຄາະຫຼັກສູດເສີມ ກ່ຽວກັບ ອາກາດ, ກະກຽມແຜນ ການສອນສອດແຊກ, ສາທິດການສອນ ແລະ ປະ ກອບຄຳເຫັນປັບປຸງເຊິ່ງກັນ ແລະ ກັນ. ກອງປະຊຸມ ຝຶກອົບຮົມໃນຄັ້ງນີ້ຍັງ ໄດ້ປຶກສາຫາລືບາງບັນຫາທີ່ ຄວນໄດ້ຮັບການແກ້ໄຂໃນຕໍ່ໜ້າ ເຊິ່ງຜູ້ເຂົ້າຮ່ວມໄດ້ ມີຂໍ້ສະເໜີດັ່ງນີ້:
– ສະເໜີໃຫ້ທາງຄະນະຮັບຜິດຊອບກອງປະຊຸມເພີ່ມ ໄລຍະເວລາການຝຶກອົບຮົມຕື່ມ;
– ສະເໜີໃຫ້ຄູໃນໂຮງຮຽນທີ່ມີຫ້ອງຮຽນອະນຸບານ 3 ຫຼາຍຫ້ອງ ມາຝຶກອົມຮົມຕື່ມ;
– ສະເໜີໃຫ້ທາງຄະນະຮັບຜິດຊອບພົວພັນກັບທາງ ຫ້ອງການສຶກສາທິການ ແລະ ກິລາ ເມືອງໃຫ້ຊັດເຈນ ກ່ຽວກັບ ການສົ່ງຄູອາຈານແຕ່ລະໂຮງຮຽນ ມາຝຶກອົບຮົມໃຫ້ຖືກຕາມເປົ້າໝາຍໃນຄັ້ງຕໍ່ໄປ. ແຜນໃນຕໍ່ໜ້າແມ່ນຈະໄດ້ມອບປຶ້ມແບບຮຽນ ແລະ ຄູ່ມື ໃຫ້ແກ່ ໂຮງຮຽນ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ເພື່ອທົດລອງນໍາໃຊ້, ລົງຕິດຕາມ ແລະ ປະເມີນຜົນ ການຮຽນ-ການສອນ.