ກອງປະຊຸມສະຫຼຸບລາຍງານ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ຂອງໂຄງການ ຕົວເມືອງນໍາ ໜ້າທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ
ໃນວັນທີ 24 ມັງກອນ 2020 ພະແນກສິ່ງແວດລ້ອມ ສັງຄົມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ໃນນາມ ໜ່ວຍປະຕິບັດງານອາຊຽນ ດ້ານຕົວເມືອງ ທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ໄດ້ຈັດກອງ ປະຊຸມ ສະຫຼຸບລາຍງານ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນໍາໜ້າທີ່ ມີຄວາມຍືນຍົງທາງດ້ານ
ສິ່ງແວດລ້ອມ ທີ່ ນະຄອນໄກ ສອນພົມວິຫານ, ແຂວງ ສະຫວັນນະເຂດ ໂດຍການ ເປັນປະທານຮ່ວມຂອງ ທ່ານ ແສງທອງ ວົງແກ້ວມະນີ ເຈົ້າຄອງນະຄອນໄກສອນພົມວິຫານ ແລະ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ເຊິ່ງມີຜູ້ເຂົ້າຮ່ວມມາຈາກ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ 3 ແຂວງ (ຫົວພັນ, ຫຼວງພະບາງ ແລະ ສະຫວັນ ນະເຂດ) ແລະ ບັນດາຂະແໜງການອ້ອມຂ້າງນະ ຄອນໄກສອນພົ ມວິຫານຄື: ຫ້ອງວ່າການ ນະຄອນ ໄກສອນພົມວິຫານ, ຫ້ອງການ ຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ສຶກສາ ແລະ ກິລາ, ຫ້ອງການຄຸ້ມຄອງພັດທະນາ ແລະ ບໍລິຫານນະ ຄອນໄກສອນພົມວິຫານ, ຄູອາຈານຈາກ 6 ໂຮງຮຽນ ແລະ ຜູ້ຮັບຜິດຊອບວຽກງານດັ່ງກ່າວຈາກ ກສສ ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານ ກ່ຽວກັບ ແຜນຍຸດທະສາດ ແລະ ທິດທາງລວມ ຂອງ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ຕໍ່ກັບແຜນພັດທະນາແບບຍືນຍົງທາງດ້ານສິ່ງ ແວດລ້ອມ, ຄວາມຄືບໜ້າ ໃນ
ການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນໍາໜ້າທີ່ມີຄວາມຍືນຍົງ ທາງ ດ້ານສິ່ງແວດລ້ອມຂອງ 3 ແຂວງ ແລະ ຄວາມຄືບໜ້າ ໃນການຂຽນບົດລາຍງານການຈັດຕັ້ງປະຕິບັດ ໂຄງ ການ ດັ່ງກ່າວ ພາຍຫຼັງທີໄດ້ຮັບຟັງການນຳສະເໜີ ການ ຈັດຕັ້ງປະຕິບັດໂຄງການແລ້ວ. ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປຶກສາຫາລື ແລກປ່ຽນ ບົດຮຽນ ເພື່ອເປັນການຖອດຖອນບົດຮຽນ ແລະ ປັບປຸງ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນ ຕໍ່ໜ້າ. ສໍາລັບ ທິດທາງ ແລະ ແຜນການໃນຕໍ່ໜ້າແມ່ນ ຈະໄດ້ສືບຕໍ່ບັນດາໜ້າວຽກດັ່ງນີ້:
– ກະກຽມ ລົງຢ້ຽມຢາມການຈັດຕັ້ງປະຕິບັດ ໂຄງການ ທີ່ເມືອງ ຊໍາເໜືອ, ແຂວງ ຫົວພັນ;
– ກະກຽມ ຮ່າງບົດລາຍງານການຈັດຕັ້ງປະຕິບັດໂຄງ ການ ເພື່ອລາຍງານການນໍາ ກຊສ.