ກອງປະຊຸມ ທົບທວນການຈັດຕັ້ງປະຕິບັດ ການຄຸ້ມ ຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ໃນໄລຍະ 1 ປີຜ່ານມາ ແລະ ກໍານົດແຜນ ວຽກຈຸດສຸມ ຮອດປີ 2025 ຂອງຄະນະກອງເລຂາສົນ ທິສັນຍາຣາມຊາ
ໃນລະຫວ່າງວັນທີ 13-15 ມັງກອນ 2020, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ຄະນະ ກອງເລຂາຂອງສົນທິສັນຍາຣາມຊາ ເພື່ອທົບທວນການຈັດຕັ້ງປະຕິບັດ ການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດໜ້າວຽກຈຸດສຸມ ຮອດປີ 2025 ທີ່ ຫ້ອງປະຊຸມ ຂະແໜງ ສິ່ງແວດລ້ອມ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂລນຄຳ ອາດສະນາວົງ, ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ທັງເປັນຜູ້ປະສານງານລະດັບຊາດ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ ທີ່ມາຈາກສູນກາງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຄື: ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກົມຊັບພະຍາກອນນໍ້າ, ກົມແຜນການ ແລະ ການຮ່ວມມື, ກົມນະໂຍບາຍຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກອງເລຂາຄະນະກໍາມະ ການແມ່ນໍ້າຂອງ ແຫ່ງຊາດ, ກົມປ່າໄມ້ (ກະຊວງ ກະສິກໍາ ແລະ ປ່າໄມ້), ກົມສົນທິສັນຍາ ແລະ ກົດໝາຍ (ກະຊວງ ການຕ່າງປະເທດ), ກົມຄຸ້ມຄອງບໍ່ແຮ່ ແລະ ກົມທໍລະນີສາດ ແລະ ແຮ່ທາດ (ກະຊວງ ພະລັງງານ ແລະ ບໍ່ແຮ່), ຫ້ອງການ IUCN ປະຈຳລາວ ແລະ ຊ່ຽວຊານ ຂອງໂຄງການ ປັບ ຕົວເຂົ້າກັບ ການປ່ຽນແປງດິນຟ້າອາກາດໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ (CAWA), ກອງເລຂາ ຄະນະ ຊີ້ນໍາລະດັບຊາດ ຂອງສົນທິສັນຍາຣາມຊາ ຂັ້ນທ້ອງຖິ່ນ (ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ). ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບ ແລະ ລາຍງານ ຜົນການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາ ຣາມຊາ ໃນໄລຍະ 1 ປີ ຜ່ານມາ ແລະ ຜົນການຈັດຕັ້ງປະຕິບັດ ບັນດາໂຄງການຕ່າງໆ ພາຍໃຕ້ສົນທິສັນຍາ, ປັບປຸງຄະນະຊີ້ນໍາ, ກອງເລຂາຄະນະຜູ້ປະສານງານ ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ນຳສະເໜີ ເຂດດິນ ບໍລິເວນນໍ້າແຫ່ງໃໝ່ ເຂົ້າໃນສົນທິສັນຍາຣາມຊາ ແລະ ປຶກສາຫາລື ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຂອງໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ທີ່ຕິດພັນກັບເຂດດິນບໍລິເວນນໍ້າຣາມຊາ ບຶງກຽດໂງ້ງ ເມືອງປະທຸມພອນ ແຂວງ ຈໍາປາສັກ ແລະ ນອກຈາກ ນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານ ກ່ຽວກັບ ການເຄື່ອນໄຫວຂອງກອງເລຂາ ແລະ ຜົນການຈັດ ຕັ້ງປະຕິບັດ ວຽກງານຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ແຕ່ລະເຂດ ແລະ ກົນໄກ ການຄຸ້ມຄອງຂອງວຽກງານດັ່ງກ່າວ, ຮັບຟັງການລາຍ ງານຜົນການຈັດຕັ້ງປະຕິບັດ ແລະ ທິດທາງແຜນການ ໃນປີ 2020 ໂຄງການ ປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດຢູ່ 02 ເຂດ (ການຄຸ້ມຄອງເຂດດິນບໍລິ ເວນນໍ້າຣາມຊາ ເຊຈໍາພອນ ເມືອງ ຈໍາພອນ ແຂວງ ສະຫວັນນະເຂດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ຂອງໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເຂດບຶງກຽດໂງ້ງ ເມືອງປະທຸມພອນ ແຂວງ ຈໍາປາ ສັກ). ນອກຈາກນີ້ທີ່ປະຊຸມຍັງໄດ້ສະເໜີປັບປຸງ ຄະ ນະຊີ້ນໍາລະດັບຊາດ-ທ້ອງຖິ່ນ. ກອງປະຊຸມໄດ້ດໍາ ເນີນໄປ 3 ວັນ ສາມາດສະຫຼຸບຕີລາຄາຜົນຂອງກອງ ປະຊຸມດັ່ງກ່າວໄດ້ດັ່ງນີ້:
– ປ່ຽນຊື່ ຈາກ ຄະນະກໍາມະການຊີ້ນໍາລະດັບຊາດ ມາເປັນ ຄະນະຊີ້ນໍາລະດັບຊາດ;
– ປັບປຸງຄະນະຊີ້ນໍາລະດັບຊາດ ໃນການຄຸ້ມຄອງເຂດ ດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ຂັ້ນສູນກາງ ແລະ ທ້ອງຖິ່ນຄືນໂດຍກອງປະຊຸມ ໄດ້ເຫັນດີ ສະເໜີໃຫ້ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຕື່ມ ເປັນຕົ້ນແມ່ນ ກະຊວງ ພະລັງງານ ແລະ ບໍ່ແຮ່, ກະຊວງ ອຸດສາຫະກໍາ ແລະ ການຄ້າ;
-ປ່ຽນຊື່ ຈາກ ກອງເລຂາຄະນະກໍາມະການຊີ້ນໍາລະ ດັບຊາດ ມາເປັນ ກອງເລຂາຄະນະຊີ້ນໍາລະດັບຊາດ ແລະ ເພີ່ມພາກສ່ວນທີ່ກ່ຽວຂ້ອງເຂົ້າຕື່ມ ໂດຍກຳນົດ ເອົາ ຫົວໜ້າກົມ ແລະ ຮອງຫົວໜ້າກົມສິ່ງແວດລ້ອມ ເປັນ ຫົວໜ້າ ແລະ ຮອງຫົວໜ້າກອງເລຂາ, ນອກຈາກ ນີ້ ຍັງປະກອບມີ ບັນດາກົມ ຈາກ 3 ກະຊວງ ທີ່ກ່ຽວ ຂ້ອງ ຄື: ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງ ການ ຕ່າງປະເທດ ແລະ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ເປັນຄະນະກອງເລຂາ;
– ກອງປະຊຸມເຫັນດີໃຫ້ ກສສ ສະເໜີ ຄະນະຜູ້ ປະສານງານແຫ່ງຊາດຂອງສົນທິສັນຍາຣາມຊາ ເຊິ່ງປະກອບມີ (1) ຜູ້ປະສານງານແຫ່ງຊາດ, (2) ຜູ້ປະສານງານ ດ້ານເຕັກນິກ, ວິທະຍາສາດ ແລະ ທົບທວນແຜນດຳເນີນງານ ແລະ (3) ຜູ້ປະສານງານ ດ້ານການສື່ສານ, ສ້າງຄວາມອາດສາມາດ, ການສຶກ ສາ, ການມີສ່ວນຮ່ວມ ແລະ ສ້າງຈິດສຳນຶກ ຕໍ່ການ ນໍາກະຊວງ;
– ສະເໜີ ໃຫ້ໂຄງການຄຸ້ມຄອງ ແລະ ປົກປັກຮັກສາ ດິນບໍລິເວນນໍ້າ ຢູ່ຂົງເຂດອ່າງແມ່ນໍ້າຂອງຕອນລຸ່ມ ແຂວງ ຈໍາປາສັກ ພິຈາລະນາຄືນ ກິດຈະກໍາທີ່ຕິດພັນ ກັບການທ່ອງທ່ຽວ ເປັນຕົ້ນແມ່ນ ຫໍເບິ່ງນົກ ແລະ ອື່ນໆ ທີ່ຢູ່ໃນເຂດບຶງກຽດໂງ້ງ;
– ຂອດກົນໄກການລາຍງານ ໃນການຈັດຕັ້ງປະຕິບັດ ໂຄງການຂັ້ນທ້ອງຖິ່ນ ຍັງບໍ່ທັນເປັນຈຸດ ເຮັດໃຫ້ການ ສັງລວມລາຍງານ ຍັງມີຂໍ້ຫຍຸ້ງຍາກ, ດັ່ງນັ້ນ ຈຶ່ງສະເໜີ ໃຫ້ໂຄງການຕ່າງໆ ສັງລວມລາຍງານໃຫ້ກອງເລຂາ ຣາມຊາຂັ້ນທ້ອງຖິ່ນ ເພື່ອຮັບປະກັນການລາຍງານ ຕ່າງໆ;
-ສະເໜີໃຫ້ ກອງເລຂາສົນທິສັນຍາຣາມຊາ ຂັ້ນແຂວງ (ແຂວງສະຫວັນນະເຂດ ແລະ ແຂວງ ຈໍາປາສັກ) ແລະ IUCN ສັງລວມບັນດາກິດຈະກໍາຕ່າງໆ ໃນໄລ ຍະ 3 ປີຜ່ານມາ ເພື່ອຈະໄດ້ກະກຽມລາຍງານ ເຂົ້າ ກອງປະຊຸມ COP 14 ໃນປີ 2021 ທີ່ ເມືອງອູຮັນ, ສປ ຈີນ;
-ກອງປະຊຸມໄດ້ພິຈາລະນາຜົນກະທົບສິ່ງແວດລ້ອມ
ສັງຄົມ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເມືອງ ປະທຸມພອນ ແຂວງ ຈໍາປາສັກ ເນື່ອງຈາກວ່າ ໂຄງການດັ່ງກ່າວແມ່ນ ຕິດພັນກັບເຂດດິນບໍລິເວນ ນໍ້າຣາມຊາ ບຶງກຽດໂງ້ງ ແລະ ເຂດທີ່ຕັ້ງໂຮງງານ, ເຂດສໍາປະທານຂຸດຄົ້ນແຕ່ລະຈຸດ ແມ່ນນອນຢູ່ໃນ ອ່າງຮັບນໍ້າດຽວກັນ ແລະ ແລວການໄຫຼຂອງນໍ້າໃນ ພື້ນທີ່ດັ່ງກ່າວ ແມ່ນໄຫຼລົງບຶງ. ໃນລະດູຝົນ ພື້ນທີ່ດັ່ງ ກ່າວ ແມ່ນມີສະພາບ ນໍ້າຖ້ວມ ແລະ ໃນລະດູແລ້ງ ກໍຈະແຫ້ງແລ້ງທຸກປີ ເຊິ່ງອາດຈະມີຄວາມສ່ຽງ ຕໍ່ການ
ປ່ຽນແປງດ້ານລະບົບນິເວດ ແລະ ຄວາມອຸດົມສົມ ບູນຂອງບຶງ ຖ້າໃນກໍລະນີເກີດມີຜົນກະທົບ ຈາກໂຄງ ການດັ່ງກ່າວ ອາດຈະຖືກຖອນອອກຈາກພາຄີ ຂອງ ສົນທິສັນຍາຣາມຊາ.
ແຜນວຽກໃນຕໍ່ໜ້າ:
1) ປັບປຸງ ຮ່າງຂໍ້ຕົກລົງ ຄະນະຊີ້ນໍາລະດັບຊາດ ໃນ ການຄຸ້ມຄອງເຂດດິນບໍລິເວນນໍ້າຂອງສົນທິສັນຍາ ຣາມຊາ ຢູ່ ສປປ ລາວ ຂັ້ນສູນກາງ;
2) ປັບປຸງ ຮ່າງຂໍ້ຕົກລົງ ກອງເລຂາຄະນະຊີ້ນຳລະດັບ ຊາດ ຂອງສົນທິສັນຍາຣາມຊາ;
3) ປັບປຸງ ຮ່າງຂໍ້ຕົກລົງ ຄະນະຜູ້ປະສານງານລະດັບ ຊາດ ຂອງສົນທິສັນຍາຣາມຊາ;
4) ຈັດຕັ້ງປະຕິບັດຈຸດສຸມ ປີ 2020 ເຊັ່ນ: – ສ້າງແຜນດໍາເນີນງານ ໃນການຄຸ້ມຄອງເຂດດິນບໍລິ ເວນນໍ້າຣາມຊາ;
– ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງເຂດດິນບໍລິ ເວນນໍ້າ ແບບມີສ່ວນຮ່ວມ; – ສໍາຫຼວດ ແລະ ສຶກສາ ເຂດດິນບໍລິເວນນໍ້າແຫ່ງໃໝ່;
– ສ້າງຄູມື ການຄຸ້ມຄອງເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປລາວ;
– ສ້າງບົດລາຍງານແຫ່ງຊາດ ໃນການຄຸ້ມຄອງເຂດ ດິນບໍລິເວນນໍ້າຣາມຊາ 2019-2021;
– ຊຸກຍູ້-ຕິດຕາມ ການຈັດຕັ້ງປະຕິບັດໂຄງການ CA WA ແລະ MRWP;
– ຈັດຕັ້ງປະຕິບັດກິດຈະກໍາຕ່າງໆ.
ກອງປະຊຸມຄັ້ງນີ້ ແມ່ນເຫັນດີເປັນເອກະພາບຕໍ່ຄໍາ ສະເໜີຕ່າງໆ ກ່ຽວກັບ ການຈັດຕັ້ງປະຕິບັດ ການ ຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມ ຊາ ຢູ່ ສປປ ລາວ ໃນໄລຍະ 1 ປີຜ່ານມາ ແລະ ແຜນຈຸດສຸມ ປີ 2020 ແລະ ເຫັນດີໃຫ້ອົງການ IUCN ປະຈຳລາວ ສືບຕໍ່ສະໜັບສະໜຸນ ທາງດ້ານ ວິຊາການຕ່າງໆ ຕໍ່ການຈັດຕັ້ງປະຕິບັດວຽກງານການ ຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມ ຊາ ຢູ່ ສປປ ລາວ ແລະ ໂຄງການອື່ນໆ ທີ່ຕິດພັນກັບ