ການລົງເບິ່ງສະພາບພື້ນທີ່ຕົວຈິງ ແລະ ເກັບກຳຂໍ້ມູນ ຂອງໂຄງການສ້າງບ້ານສີຂຽວ ສະອາດ ງາມຕາ
ໃນວັນທີ 09 ມັງກອນ 2020 ທ່ານ ປອ. ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວ ລາວສ້າງຊາດ ແລະ ທ່ານ ບຸນມີ ໄຊຍະວົງ ຮອງ ເຈົ້າເມືອງ ເມືອງ ສີໂຄດຕະບອງ ພ້ອມດ້ວຍ ຫົວໜ້າ ກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສີໂຄດຕະບອງ, ຫ້ອງການບ້ານ ຈັນສະຫວ່າງ ພ້ອມດ້ວຍລູກບ້ານເຂົ້າຮ່ວມ ການລົງ ເບິ່ງສະພາບພື້ນທີ່ຕົວຈິງ ແລະ ເກັບກຳ ຂໍ້ມູນຂອງ ໂຄງການ ສ້າງບ້ານ ສີຂຽວ ສະອາດ ງາມຕາ ຂອງ ບ້ານ ຈັນສະຫວ່າງ, ເມືອງ ສີໂຄດຕະບອງ, ນະຄອນ ຫຼວງວຽງຈັນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະ ພາບລວມຂອງ ບ້ານ ຈັນສະຫວ່າງ ເຊິ່ງ ບ້ານ ຈັນ ສະຫວ່າງ ນອນຢູ່ໃນ 60 ບ້ານ ຂື້ນກັບເມືອງ ສີໂຄດ ຕະບອງ ທິດເໜືອຕິດກັບ ບ້ານ ສີເກີດ ແລະ ບ້ານ ນາລຽນ, ທິດໃຕ້ຕິດກັບ ບ້ານ ໜອງໜ້ຽວ ແລະ ບ້ານ ໂພນສົມບູນ, ທິດຕາເວັນອອກ ຕິດກັບບ້ານ ໜອງແຕ່ງເໜືອ ແລະ ທິດຕາເວັນຕົກຕິດກັບ ບ້ານ ວຽງຄຳ.
ບ້ານ ຈັນສະຫວ່າງ ມີເນື້ອທີ່ທັງໝົດ 362 ເຮັກຕາ ປະກອບມີ 124 ໜ່ວຍ, ມີ 1578 ຫຼັງຄາເຮືອນ, ມີ 1866 ຄອບຄົວ, ມີປະຊາກອນທັງໝົດ 7730 ຄົນ, ຍິງ 4040 ຄົນ ແລະ ມີ 11 ຊົນເຜົ່າ, ປະກອບອາ ຊີບແຕກຕ່າງກັນພະນັກງານລັດກວມ ເອົາ 60 % ບັນຫາທີ່ຄົງຄ້າງຂອງບ້ານ ມີ ຢູ່ 4 ບັນຫາ ຫຼັກຄື: 1) ບັນຫາຢາເສດຕິດ ຍັງມີບາງພື້ນທີ່; 2) ບັນຫາຂີ້ເຫຍື້ອຊະຊາຍ ຍັງມີບາງກຸ່ມຄົນລັກເອົາ ຂີ້ເຫຍື້ອມາຖີ້ມ; 3) ບັນຫາພື້ນຖານໂຄງລ່າງ ຍັງມີຫຼາຍບ່ອນແມ່ນຍັງ ບໍ່ມີຮ່ອງລະບາຍນ້ຳ; 4) ບັນຫາຄົນສະລຳ ຍັງມີຂໍ້ຂັດແຍ່ງເລື່ອງທີ່ຢູ່ອາໃສ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານຂອງ ຫ້ອງການ ບ້ານຈັນສະຫວ່າງແລ້ວ ທ່ານ ໂລນຄຳ ອາດສະນາວົງ ກໍ່ໄດ້ຂື້ນກ່າວຈຸດປະສົງ ແລະ ສະເໜີຄວາມເປັນມາ ຂອງໂຄງການ ສ້າງບ້ານສີຂຽວ ສະອາດ ງາມຕາ ຂອງບ້ານ ຈັນສະຫວ່າງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ສະເໜີໃຫ້ທາງບ້ານກຳ ນົດຈຸດເລີ່ມຕົ້ນວ່າ: ຈະເລີ່ມຈາກຕະຫຼາດ ຫຼື ໂຮງຮຽນ ກ່ອນ. ນອກຈາກນີ້ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ມີຄຳ ເຫັນຕໍ່ບ້ານ ແມ່ນຢາກໃຫ້ບ້ານເຮັດທະນາຄານຂີ້ ເຫຍື້ອ ເພື່ອສົ່ງເສີມໃຫ້ປະຊາຊົນເກັບມ້ຽນຂີ້ເຫຍື້ອ ໃນເຂດບໍລິເວນບ້ານຂອງຕົນ ແລະ ອາໃສຄວາມສາ ມັກຄີພາຍໃນບ້ານ ເປັນກຳລັງແຮງຂອງບັນດາ 11 ຊົນເຜົ່າ ແລະ ປະຊາຊົນພາຍໃນບ້ານ, ປຸກລະດົມ ໃຫ້ເປັນນ້ຳໃຈອັນໜຶ່ງອັນດຽວກັບ ນະໂຍບາຍ 6 ສໍ, ສັບປະດາວຽງຈັນສະອາດ, ຊົ່ວໂມງວຽງຈັນສະອາດ ແລະ ກອງທຶນບ້ານມີການຊຸກຍູ້ ຜູ້ທີ່ດີເດັ່ນກັບການ ປົກປັກຮັກສາສິ່ງແວດລ້ອມແນວໃດ. ຫຼັງຈາກລົງເລາະພື້ນທີ່ຕົວຈິງ ແລະ ໄດ້ຂໍ້ມູນເບື່ອງຕົ້ນ ແລ້ວ ທາງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ສູນກາງແນວລາວສ້າງຊາດ ແມ່ນ ຈະໄດ້ວ່າງແຜນຈັດການພື້ນທີ່ ຂອງໂຄງການ ສ້າງບ້ານສີຂຽວ ສະອາດ ງາມຕາ ຂອງບ້ານ ຈັນສະ ຫວ່າງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.