ພິທີປະກາດໄຂການຈັດຕັ້ງປະຕິບັດທົດລອງ ກ່ຽວກັບ ວຽກງານສ້າງບ້ານ ຂຽວ ສະອາດ ງາມຕາ ຈຳນວນ 17 ບ້ານ ໃນ 9 ຕົວເມືອງ ຂອງນະຄອນຫລວງວຽງຈັນ
ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ (ກຊສ) ໄດ້ຈັດພິທີປະກາດທົດລອງ ກ່ຽວກັບ ວຽກງານສ້າງບ້ານ ຂຽວ ສະອາດ ງາມຕາ ຂອງໂຄງ ການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໃນ ວັນທີ 21 ກຸມພາ 2020 ທີ່ພາກຊັນເຊັນເຕີ້. ໂດຍເປັນ ກຽດເຂົ້າຮ່ວມຂອງທ່ານ ປອ. ໄຊນະຄອນ ອິນທະວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກຊສ, ທ່ານ ເຍ່ຍ ເກີຢາ ໜໍຈໍຈົງຕົງ ຮອງປະທານ ສນຊ, ບັນດາທ່ານ ຮອງປະທານ ສນຊ, ຫົວໜ້າ/ຮອງຫົວໜ້າກົມ, ຫ້ອງ ການ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສູນກາງແນວລາວສ້າງຊາດ ແລະ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈດ້ານສິ່ງແວດລ້ອມ ຮ່ວມກັນ ເພື່ອ ເປັນການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງ ຊາດ ໃນການປະຕິບັດວຽກງານສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ເພື່ອມີສ່ວນຮ່ວມໃນການປົກປັກຮັກສາ, ຄຸ້ມ ຄອງ, ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມໃຫ້ມີຄວາມຍືນຍົງ. ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນງົບປະມານ ຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ມອບໝາຍ ໃຫ້ແນວລາວສ້າງຊາດ ເປັນຜູ້ຈັດຕັ້ງປະຕິບັດເປັນເວ ລາ 6 ປີ ເລີ່ມແຕ່ປີ 2018 – 2023. ຈຸດປະສົງຂອງໂຄງການນີ້, ແມ່ນເພື່ອເປັນການສ້າງ ຄວາມອາດສາມາດ ໃຫ້ແກ່ສູນກາງແນວລາວສ້າງ ຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນໃນວຽກ ງານສຶກສາອົບຮົມ, ປຸກລະດົມປະຊາຊົນລາວບັນດາ ເຜົ່າ, ເພດ, ໄວ, ສາສະຫນາຕ່າງໆມີສ່ວນຮ່ວມໃນ ການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທັງມີບົດບາດຕິດຕາມກວດກາການ ຄຸ້ມຄອງລັດ ຢູ່ຂັ້ນທ້ອງຖິ່ນໃນການປົກປັກຮັກສາຊັບ
ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີ ຄວາມຍືນຍົງ. ເພື່ອສ້າງກົນໄກ ແລະ ເຄື່ອງມື ໃນວຽກງານການປົກ ປ້ອງສິດຜົນປະໂຫຍດຂອງປະຊາຊົນລາວບັນດາຊົນ ເຜົ່າ ໃນການຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີ ຄວາມຍືນຍົງ; ເປັນການປັບປຸງ ແລະ ຍົກລະດັບ ຄວາມອາດສາມາດ ໃນການຈັດຕັ້ງປະຕິບັດກົນໄກ ແລະ ເຄື່ອງມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ລວມທັງພັດທະນາບຸກຄະລາກອນໃຫ້ມີຄວາມສາ ມາດໃນການຂົນຂວາຍທຶນຮອນ ແລະ ວາງແຜນຈັດ ຕັ້ງປະຕິບັດ ແລະ ຕິດຕາມກວດກາ ໂຄງການພັດທະ ນາໄດ້ຢ່າງມີປະສິດທິພາບ. ເພື່ອຂໍທຶນມາຊ່ວຍສືບຕໍ່ຈັດຕັ້ງປະຕິບັດພາລະບົດ ບາດຂອງແນວລາວສ້າງຊາດ ໃຫ້ມີຄວາມຍືນຍົງ ແລະ ອັນສຸທ້າຍ ແມ່ນການຈັດຕັ້ງນໍາພາຂະບວນ ການສ້າງບ້ານເປົ້າຫມາຍພາຍໃນໂຄງການ ໃຫ້ກາຍ ເປັນບ້ານ ແລະ ຄອບຄົວ ຂຽວ ສະອາດ ງາມຕາ. ໃນພິທີຄັ້ງນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ ໄດ້ລັ່ນຄ່ອງ 9 ບາດ ເພື່ອເປັນສີ ລິມຸງຄຸນໃນພິທີຄັ້ງນີ້. ໃນໂອກາດນີ້, ທ່ານ ປອ. ໄຊນະຄອນ ອິນທະວົງ ໄດ້ ເປັນກຽດໂອ້ລົມບາງເນື້ອໃນຕໍ່ພິທີຄັ້ງນີ້, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບ ຜິດຊອບໂຄງການນີ້, ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ເປັນ ວຽກງານບຸລິມະສິດຂອງແນວລາວສ້າງຊາດ ທີ່ໄດ້ຮັບ ທຶນຈາກກອງທຶນປົກປັກສິ່ງແວດລ້ອມ, ໃຫ້ມີການປະ ສານສົມທົບຢ່າງແໜ້ນແຟ້ນເປັນປົກກະຕິ ໂດຍສະ ເພາະ ແມ່ນແນວລາວສ້າງຊາດ ແຕ່ລະຂັ້ນ ໂດຍສະ ເພາະຂັ້ນເມືອງ ແລະ ຂັ້ນບ້ານ, ສືບຕໍ່ຊ່ວຍເຫຼືອກັນ ຈັດຕັ້ງປະຕິບັດຖືວ່າເປັນວຽກລວມຂອງນະຄອນ ຫຼວງ, ເປັນການປະກອບສ່ວນອັນສອດຄ່ອງກັບວຽກ ງານ 6 ສ ຂອງນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ນະ ຄອນຫຼວງວຽງຈັນ ເປັນເມືອງໜ້າຢູ່ຍືນຍົງຕາມທິດນໍາ 6 ສ ສ່ວນທາງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມີກົມວິຊາການທີ່ຈະສືບຕໍ່ ຊ່ວຍເຫຼືອທາງດ້ານວິຊາການ, ມີຂໍ້ຕົກລົງ, ຄູ່ມືແນະ ນໍາ ເພື່ອສະດວກໃນການຈັດຕັ້ງ ພ້ອມທັງ ຕິດຕາມ ເອົາໃຈໃສ່ຕໍ່ໂຄງການດັ່ງກ່າວ ຂ້າພະເຈົ້າເຊື່ອໝັ່ນ ວ່າ: ທາງດ້ານເຕັກນິກພວກເຮົາຈະເຮັດໄດ້ ແຕ່ຜົນ ສໍາເລັດ ແມ່ນຂຶ້ນກັບບ້ານ, ອົງການປົກຄອງທ້ອງຖິ່ນ ຈະຈັດຕັ້ງປະຕິບັດຊ່ວຍກັນ, ຫວັງວ່າ ນະຄອນຫຼວງກໍຄື 9 ເມືອງ 17 ບ້ານ ທີ່ໄດ້ຈັບມືແຂ່ງຂັນກັນຄັ້ງນີ້, ຈົ່ງຊ່ວຍກັນສົມທົບເຫື່ອແຮງ ເພື່ອປະຕິບັດໂຄງການ ໃຫ້ສໍາເລັດ, ເພື່ອໃຫ້ມີຄວາມຍືນຍົງໃນ 17 ບ້ານດັ່ງ ກ່າວ.