ກອງປະຊຸມ ຕິດຕາມການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນຳໜ້າທີ່ມີຄວາມຍືນຍົງທາງດ້ານສິ່ງແວດ ລ້ອມ (SDGs-FC Programme)
ພະແນກສົ່ງເສີມສິ່ງແວດລ້ອມ, ກົມສິ່ງແວດລ້ອມ (ກ ສລ) ໃນນາມ ໜ່ວຍປະຕິບັດງານອາຊຽນ ດ້ານຕົວ ເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ (AS EAN Working Group on Environmentally Sustainable Cities-AWGESC) ໄດ້ຈັດກອງປະ ຊຸມ ຕິດຕາມການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງ ນຳໜ້າທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ໃນວັນທີ 11 ມິຖຸນາ 2020 ທີ່ ເມືອງ ຊຳເໜືອ, ແຂວງ ຫົວພັນ. ໂດຍການເປັນປະທານຂອງ ທ່ານ ນ. ຈິດ ຖະໜອມ ອຸ່ນສີດາ, ຮອງຫົວໜ້າ ກົມສິ່ງແວດລ້ອມ ແລະ ມີຜູ້ເຂົ້າຮ່ວມຈາກ ຫ້ອງການບໍລິຫານຕົວເມືອງ ຊຳເໜືອ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ຫົວພັນ, ຜູ້ປະສານງານ ໂຄງການ ນະຄອນ ໄກສອນພົມວິຫານ, ນະຄອນ ຫຼວງພະບາງ, ທີ່ປຶກສາ ໂຄງການ ແລະ ພະນັກງານ ກົມສິ່ງແວດລ້ອມ ລວມທັງໝົດ 23 ທ່ານ. ກອງປະ ຊຸມຄັ້ງນີ້ ເພື່ອຕິດຕາມການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນຳໜ້າທີ່ມີຄວາມຍືນຍົງ ທາງດ້ານສິ່ງແວດ ລ້ອມ ທີ່ເມືອງ ຊຳເໜືອ, ແຂວງ ຫົວພັນ ແລະ ລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການ 3 ເມືອງ ເປົ້າໝາຍ. ກອງປະຊຸມໄດ້ຮັບຟັງການລາຍງານບັນດາເອກະສານສໍາຄັນດັ່ງນີ້: – ຮັບຟັງການລາຍງານ ຄວາມຄືບໜ້າຂອງການຈັດ ຕັ້ງປະຕິບັດໂຄງການ ເຊິ່ງປັດຈຸບັນແມ່ນໄດ້ສົ່ງບົດ ລາຍງານ ສະບັບທີ 3 ໃຫ້ກັບຜູ້ໃຫ້ທຶນ ເຊິ່ງສຳເລັດ ປະມານ 60%; – ຮັບຟັງການລາຍງານ ຄວາມຄືບໜ້າໃນການຈັດຕັ້ງ ປະຕິບັດໂຄງການຕົວເມືອງນຳໜ້າ ທີ່ມີຄວາມຍືນ ຍົງທາງດ້ານສິ່ງແວດລ້ອມ (SDGs-FC Program me) ຈາກຜູ້ປະສານງານຂອງ 3 ເມືອງ. ເຊິ່ງປັດຈຸບັນ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນໄດ້ສຳ ເລັດຕາມເປົ້າໝາຍ ແລະ ກຳລັງສັງລວມໃຊ້ຈ່າຍງົບ ປະມານທັງໝົດ ເພື່ອຂໍອະນຸມັດງົບປະມານງວດສຸດ ທ້າຍ. ຫຼັງຈາກໄດ້ຮັບຟັງການລາຍງານ
ບັນດາເອກະສານ ສໍາຄັນດັ່ງກ່າວແລ້ວ ຜູ້ເຂົ້າຮ່ວມ ກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ. ຕໍ່ມາກໍ່ ໄດ້ລົງຢ້ຽມຢາມ ສວນສາທາລະນະ ທີ່ເປັນສວນຕົວ ແບບຂອງໂຄງການ ໂດຍທີມງານໄດ້ຢ້ຽມຊົມການ ປູກຕົ້ນໄມ້ ໃຫ້ເປັນຮົ່ມທົ່ວສວນ, ການເກັບມ້ຽນ ຂີ້ເຫຍື້ອເປັນປົກກະຕິເຊັ່ນ: ມີຖັງຂີ້ເຫຍື້ອຫຼາຍຈຸດ, ມີການເກັບມ້ຽນ ໂດຍແມ່ນທີມງານອາສາສະມັກ ຈາກນັກຮຽນໃນການເກັບມ້ຽນ ເພື່ອຄວາມສະອາດ ຂອງສວນ. ພ້ອມດຽວກັນນີ້, ທີມງານກໍ່ໄດ້ລົງຢ້ຽມ ຢາມ ໂຮງຮຽນ ແກ້ວປັນຍາ ທີ່ເປັນໂຮງຮຽນຕົວແບບ ຂອງເມືອງ ທີ່ມີການແຍກຂີ້ເຫຍື້ອ, ການນໍາເອົາ ຂີ້ເຫຍື້ອທີ່ສາມາດນຳຄືນໃໝ່ໄດ້ ມາປະດິດເປັນສິ່ງ ຂອງ ເຊັ່ນ: ໂຖດອກໄມ້, ເຄື່ອງໃຊ້ສອຍອື່ນໆ ແລະ ໂຮງຮຽນດັ່ງກ່າວ ໄດ້ປະກາດເປັນໂຮງຮຽນທີປາສະ ຈາກ ຈອກຢາງ ແລະ ຫຼອດດູດຢາງ ໂດຍການຫັນມາ ໃຊ້ຈອກທີ່ເຮັດດ້ວຍໄມ້ໄຜ່ແທນ. ໃນການຢ້ຽມຊົມ ແມ່ນໄດ້ຖືກຮັບຕ້ອນ ໂດຍທ່ານຜູ້ອຳນວຍການໂຮງ ຮຽນ ແລະ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ໂຮງ ຮຽນ ຫຼັງຈາກນັ້ນ, ທີມງານກໍ່ໄດ້ຢ້ຽມຊົມສະຖານທີ່ ຕ່າງໆຂອງໂຮງຮຽນ.
ຂໍ້ສະເໜີ: ຂໍອະນຸມັດງົບປະມານ ງວດສຸດທ້າຍ ເພື່ອ ຈັດຕັ້ງປະຕິບັດໂຄງການ ໃຫ້ສຳເລັດຕາມແຜນການ ທີ່ກຳນົດໄວ້.
ແຜນການໃນຕໍ່ໜ້າ: ກະກຽມຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດໂຄງການ (SDGs-Fc Progra mme ທີ່ໃນເດືອນ ສິງຫາ 2020, ທີ່ ນະຄອນຫຼວງ ວຽງຈັນ.