ຂີ້ເຫື້ຍອອັນຕະລາຍ ໄພໃກ້ຕົວທີ່ບໍ່ຄວນເບິ່ງຂ້າມ
ຫຼາຍປີທີ່ຜ່ານມາ ບັນຫາຂີ້ເຫື້ຍອຂອງຫຼາຍປະ ເທດທີ່ມທ່າອ່ຽງຂະຫຍາຍຕົວເພີ່ມຂື້ນ ຊຶ່ງສາ ເຫດຕົ້ນຕໍແມ່ນມາຈາກການເພີ່ມຂື້ນຂອງຈໍານວນ ປະຊາກອນ, ການຂະຫຍາຍຕົວທາງດ້ານເສດຖະ ກິດ ລວມໄປເຖິງການຊົມໃຊ້ສິ່ງຂອງຕ່າງໆຂອງຄົນ ເຮົາຢ່າງຟຸມເຟືອຍ ຫຼື ອາດເວົ້າໄດ້ວ່າ ຄົນເຮົາເປັນຜູ້ ສ້າງຂີ້ເຫື້ອຍເກືອບທຸກວິນາທີ, ເມື່ອໃຊ້ຫຼາຍເທົ່າໃດ ກໍ່ເຮັດໃຫ້ຂີ້ເຫຍື້ອຫຼາຍຂື້ນເປັນເງົາຕາມຕົວເທົ່ານັ້ນ ເຊິ່ງຂີ້ເຫຍື້ອເຫຼົ່ານັ້ນມີທັງຂີ້ເຫຍື້ອທໍາມະດາ ແລະ ຂີ້ ເຫຍື້ອອັນຕະລາຍ. ດັ່ງນັ້ນ, ໃນຫົວຂໍ້ນີ້ຜູ້ຂຽນຈະຂໍສະ ເໜີໃຫ້ເຫັນສະພາບເຖິງສະພາບລວມ ກ່ຽວກັບ ຄຸນ ລັກສະນະຂອງຂີ້ເຫຍື້ອອັນຕະລາຍ, ວິທີສັງເກດສັນ ຍາລັກ, ອາຫານ ແລະ ວິທີປະຖົມພະຍາບານຂັ້ນຕົ້ນ ເມື່ອໄດ້ຮັບສານພິດ/ສານເຄມີ ແລະ ວີທີການຫຼີກລ້ຽງ ຂີ້ເຫຍື້ອອັນຕະລາຍເຫຼົ່ານັ້ນ.
ຂີ້ເຫຍື້ອອັນຕະລາຍ ອາດຈະມີຢູ່ພາຍໃນເຮືອນຊານ ຂອງເຮົານັ້ນ ເຮົາຈະມີວິທີປ້ອງກັນໄດ້ຄືແນວໃດ ແລະ ເຮົາຈະຮູ້ໄດ້ແນວໃດວ່າ ຜະລິດຕະພັນ ແລະ ສິ່ງຂອງ ໃດເປັນຂີ້ເຫຍື້ອອັນຕະລາຍ ເຊິ່ງຫຼາຍຄົນອາດຈະບໍ່ ຮູ້ວ່າໃນເຮືອນຂອງເຮົາມັກຈະມີວັດຖຸອັນຕະລາຍສະ ສົມຢູ່ຢ່າງຫຼວງຫຼາຍ ເຊັ່ນ: ເມືອໃດເຮົາໃຊ້ຜະລິດຕະ ພັນທີ່ມີສານເຄມີບໍ່ໝົດແລ້ວເຮົາຖິ້ມໄປ ຊຶ່ງສິ່ງເຫຼົ່ານີ້ ແຫຼະກໍ່ຈະາຍເປັນຂີ້ເຫື້ຍອທີ່ເປັນອັນຕະລາຍ ຫຼື ສານ ພິດຕໍ່ໄປ. ສະນັນ, ໃນວາລະສານນີ້ ຈະຍົກຕົວຢ່າງວິ ທີສັງເກດສັນຍາລັກ ແລະ ຄໍາເຕືອນທີລະບຸໃນຜະລິດ ຕະພັນບາງຈໍາພວກ ເຊັ່ນ: ຫ້າມກິນ, ຫ້າມຈູດ, ອັນຕະ ລາຍໃຊ້ສະເພາະທີ່ເທົ່ານັ້ນ, ສານກັດຫ້ຽນ ແລະ ສານ ໄວໄຟ ເປັນຕົ້ນ. ໃນນີ້
“ຂີ້ເຫຍື້ອ” ທີ່ສ້າງບັນຫາໃຫ້ແກ່ລະບົບນິເວດ ຫຼາຍທີ່ສຸດແມ່ນຂີ້ເຫຍື້ອອັນຕະລາຍ ທີ່ມີສານພິດປົນ ຢູ່ ເຊິ່ງມີທ່າອ່ຽງເພີ່ມຂື້ນໃນທຸກໆປີ ແລະ ສິ່ງທີ່ໜ້າ ເປັນຫວງຫຼາຍ ກໍ່ຄືຖ້າຂີ້ເຫຍື້ອເຫຼົ່ານີ້ບໍ່ໄດ້ຮັບການຈັດ ການຢ່າງຖືກວິທີ ຈະເຮັດໃຫ້ເກີດຜົນກະທົບຕໍ່ຄົນ ແລະ ສິ່ງແວດລ້ອມ ໃນໄລຍະສັ້ນ ແລະໄລຍະຍາວ.
ສະນັ້ນ ເຮົາຈຶ່ງຫັດສັງເກດເຄື່ອງໝາຍ ຫຼື ສັນຍາລັກ ຂອງຜະລິດຕະພັນ ທີ່ເຮົາຊື້ມານໍາໃຊ້ໃນຄົວເຮືອນ ໃຫ້ເປັນນິໃສ ແລະ ໝັ່ນບອກລູກຫຼານເລື້ອຍໆ. ພິດຂອງຂີ້ເຫຍື້ອອັນຕະລາຍ ສາມາດເຂົ້າສູ່ຮ່າງການ ເຮົາໄດ້ແນວໃດ ແລະ ອາການແນວໃດ ຈຶ່ງເອີ້ນວ່າ ຜົນກະທົບແບບກະທັນຫັນ ແລະ ແບບຊໍ້າເຮື້ອ? ໃນຕົວຈິງ, ສານພິດທີ່ປະປົນກັບຂີ້ເຫຍື້ອເຫຼົ່ານີ້ ສາ ມາດເຂົ້າສູ່ຮ່າງກາຍໄດ້ຫຼາຍຊ່ອງທາງ ໂດຍຜ່ານ ການຫາຍໃຈ, ຜິວໜັງ ແລະ ທາງປາກ. ເມື່ອເຂົ້າສູ່ ຮ່າງການເຮົາແລ້ວ ມັນຈະສະແດງອາການໃຫ້ເຫັນ ດັ່ງນີ້:
- ແບບກະທັນຫັນ: ເມື່ອໄດ້ຮັບສານຜິດ ພຽງເທືອ ດຽວແຕ່ສາມາດເຮັດໃໃຫ້ເກີດອາການແພ້ ເຊັ່ນ: ເກີດຕຸ່ມ, ແພ້, ໄອ ຫຼື ຈາມ, ເປັນວິນ ແລະ ຜິວໜັງ ໄໝ້.
- ແບບຊໍ້າເຮື້ອ: ເກີດຈາກການໄດ້ຮັບສານພິດເປັນ ເວລາດົນນານ ແລະ ມີການສະສົມໃນຮ່າງກາຍ ຈະສະແດງອາການທີ່ສະແດງອອກ ເຊັ່ນ: ເປັນມະ ເຮັງ,ອໍາມມະພາດ, ກະທົບຕໍ່ເດັກໃນທ້ອງ ຫຼື ເສຍ ຊີວິດ. ບໍ່ພຽງແຕ່ເທົ່ານັ້ນຂີ້ເຫຍື້ອອັນຕະລາຍຍັງສົ່ງຜົນກະ ທົບໄປເຖິງລະບົບນິເວດ (ສິ່ງແວດລ້ອມ) ອີກດ້ວຍ ເພາະຖ້າຫາກສານອັນຕະລາຍເຫຼົ່ານີ້ ປົນເປື້ອນລົງ ສູ່ດິນ, ແຫຼ່ງນໍ້າ ແລ້ວມັນກໍ່ຈະໄປສະສົມໃນຕ່ອງໂສ້ ອາຫານ ກາຍເປັນອັນຕະລາຍຕໍຄົນ, ສັດ ແລະ ພືດ ຕໍ່ໄປ. ເມືອເຮົານໍາມາບໍລິໂພກ ກໍ່ຈະໄດ້ຮັບສານນັ້ນ ເຂົ້າສູ່ຮ່າງກາຍເຮົາ, ນອກຈາກຈະເຮັດໃຫ້ເກີດພະ ຍາດແລ້ວ ຍັງເຮັດໃຫ້ເສຍຄ່າໃຊ້ຈ່າຍໃນການປິ່ນ ປົວຕື່ມອີກ.
ການປະຖົມພະຍາບານເບືອງຕົ້ນກໍລະນີໄດ້ຮັບສານ ພິດ ເມືອໄດ້ຮັບສານພິດຈາກຂີ້ເຫຍື້ອອັນຕະລາຍເຮົາ ຄວນປະຕິບັດດັ່ງນີ້:
ການສໍາພັດ: ໃຫ້ລ້າງອອກດ້ວຍນໍ້າສະອາດ, ຖ້າຍັງ ບໍ່ດີຂື້ນ ແມ່ນໃຫ້ພາຄົນເຈັບໄປຫາໝໍທັນທ ການຫາຍໃຈ ຫຼື ການກິນ: ຫ້າມບໍ່ໃຫ້ຮາກຄວນໃຫ້ ກິນນໍ້າໃສ່ຫຼາຍໆ ເພື່ອເຈືອຈາງລ້າງສານພິດ ແລ້ວຮີບເອົາຄົນເຈັບໄປໂຮງໝໍ.
ເຂົ້າຕາ: ໃຫ້ລ້າງດ້ວຍນໍ້າສະອາດຫຼາຍໆຄັ້ງ ຢ່າງ ໜ້ອຍ 15 ນາທີ ຈົນກວ່າອາການຈະດີຂື້ນ. ຖ້າຍັງ ບໍ່ດີຂື້ນ ແມ່ນໃຫ້ພາຄົນເຈັບໄປຫາໝໍທັນທີ.
ວິທີການຫຼີກລ້ຽງຈາກຂີ້ເຫຍື້ອອັນຕະລາຍຂີ້ເຫຍື້ອ ອັນຕະລາຍສາມາດຈັດການໄດ້ ແລະ ປອດໄພ ສໍາ ລັບທຸກຄົນ ເຊິ່ງໃນນີ້ ການຈັດການທີ່ຖືກຕ້ອງ ແລະ ເໝາະສົມສາມາດເຮັດໄດ້ດ້ວຍວິທີງ່າຍ ແລະ ສະ ດວກກັບທຸກໆຄົນກໍ່ຄື: ການແຍກແບບຖືກວິທີ ຫຼື ເລືອກໃຊ້ຜະລິດຕະພັນທີ່ມີຄວາມອັນຕະລາຍສູງ ເມື່ອຈໍາເປັນເທົ່ານັ້ນ, ທຸກໆຄັ້ງກໍ່ຄວນອ່ານ ຫຼື ເບິ່ງ ຄໍາເຕືອນ, ສັນຍາລັກ ແລະ ວິທີການນໍາໃຊ້ຢ່າງຈະ ແຈ້ງກ່ອນ ເພື່ອປ້ອງກັນຄວາມສ່ຽງທີ່ອາດຈະເກີດ ຂື້ນ. ມາຮອດນີ້ເຮົາກໍ່ຮູ້ແລ້ວວ່າ ຂີ້ເຫຍື້ອອັນຕະລາຍ ແລະ ຜົນກະທົບຂອງມັນມີຄືແນວໃດແດ່ ຫັວງວ່າບັນດາ ທ່ານ ຜູ້ອ່ານທີ່ຮັກແພງທັງຫຼາຍຈະນໍາເອົາຄວາມຮູ້ ຈາກວາລະສານເຫຼົ່ານີ້ ໄປໜູນໃຊ້ໃນຊີວິດປະຈໍາວັນ ໄດ້ ໂດຍບໍ່ຈໍາເປັນຕ້ອງໃຊ້ເງີນເປັນຈໍານວນຫຼວງ ຫຼາຍ ພຽງແຕ່ເຮັດຕາມຂັ້ນຕອນ ແລະ ຖືກວິທີກໍ່ພຽງ ພໍແລ້ວສໍາລັບເບື້ອງຕົ້ນ. ຄວາມຄາດຫັວງຂອງຜູ້ ຂຽນເອງ ແມ່ນຢາກໃຫ້ທຸກໆທ່ານ ມີຄວາມສຸກໃນ ການດໍາລົງຊີວິດ ໂດຍທີ່ບໍ່ຕ້ອງກັງວົນວ່າເຮົາໃຊ້ສິ່ງ ຂອງເຫຼົ່ານີ້ແລ້ວຈະມີຜົນເສຍຢ່າງດຽວ, ໃນທາງກົງ ກັນຂ້າມມັນກໍ່ມີຜົນດີຫຼາຍຢ່າງ ພຽງແຕ່ເຮົາບໍ່ຄວນ ປະໝາດໃນການດໍາລົງຊີວິດກິນຢູ່ປະຈໍາວັນ ແລ້ວ ຊີວິດຂອງທ່ານ ແລະ ຄອບຄົວກໍ່ຈະຫ່າງໄກຈາກຜົນ ກະທົບຂອງຂີ້ເຫຍືອອັນຕະລາຍ. ສໍາລັບ ຄວາມຮູ້ຕໍ່ ໄປສະບັບໜ້າຈະແມ່ນຫົວຂໍ້ໃດນັ້ນ ທ່ານຜູ້ອ່ານສາ ມາດຕິດຕາມໄດ້ຈາກວາລະສານການເຕີບໂຕສີ ຂຽວ.