ກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານ ຂຽວ ສະອາດ ງາມຕາ ໃຫ່ແກ່ພະນັກງານ ທີ່ ແຂວງ ໄຊຍະບູລີ
ໃນວັນທີ 18-21 ສິງຫາ 2020 ທີ່ ຫ້ອງປະຊຸມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ໄຊຍະບູລີ ກົມສິ່ງແວດລ້ອມ (ກສລ) ໄດ້ລົງຝຶກອົບຮົມ ສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານ ຂຽວ ສະອາດ ງາມຕາ ໃຫ້ແກ່ພະນັກງານ ຂັ້ນແຂວງ ແລະ ເມືອງ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ແວວເພັດ ສີບຸນມາ ຮອງຫົວໜ້າ ພຊສ ແຂວງ ໄຊຍະບູລີ ແລະ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງ ຫົວໜ້າ ກສລ ມີຜູ້ເຂົ້າຮ່ວມມາຈາກ ພຊສ ແຂວງ ໄຊຍະບູລີ, ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) (ເມືອງ ປາກລາຍ, ໄຊຍະ, ແກ່ນທ້າວ, ນານ) ທັງໝົດ 32 ທ່ານ. ເພື່ອສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານ ຂຽວ ສະອາດ ງາມຕາ ໃຫ້ແກ່ພະນັກງານວິຊາການ ຂັ້ນແຂງ ແລະ ເມືອງ, ຊຸກຍູ້ຜັນຂະຫຍາຍ ແລະ ຊ່ວຍເຫຼືອທາງດ້ານເຕັກນິກສະເພາະດ້ານ ໃນການຈັດຕັ້ງປະຕິບັດວຽງານ ຂຽວ ສະອາດ ງາມຕາ. ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 4 ວັນ ຄື:
ມື້ທີ 1: ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມ, ບັນດາມາດຕະຖານ ຕົວຊີ້ວັດ ຂຽວ ສະອາດ ງາມຕາ, ແຜນຈຸດສຸມ ແລະ ຄະນະຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ວຽກງານ ຂຽວ ສະອາດ ງາມຕາ ຂອງແຂວງ ໄຊຍະບູລີ, ແນວຄິດການສ້າງບ້ານຕົວແບບ ແລະ ການນໍາໃຊ້ແບບຟອມ;
ມື້ທີ 2: ແນະນໍາການນໍາໃຊ້ແບບຟອມ ສໍາລັບ ບ້ານ ໃນເຂດເທດສະບານ ແລະ ບ້ານຊົນນະບົດ, ແນະນໍາ ກາານສັງລວມເກັບກໍາຂໍ້ມູນ, ການວິເຄາະ ແລະ ການປະເມີນ ໂດຍໃຊ້ແບບຟອມ. ຜູ້ເຂົ້າຮ່ວມແບ່ງກຸ່ມເຮັດບົດຝຶກຫັດການນໍາໃຊ້ແບບຟອມ 3 ກຸ່ມຄື: ກຸ່ມຄົວເຮືອນ, ກຸ່ມບ້ານຕົວເມືອງ ແລະ ກຸ່ມບ້ານຊົນນະບົດ;
ມື້ທີ 3: ໃຫ້ແຕ່ລະກຸ່ມລາຍງານຜົນການເຮັດບົດຝຶກຫັດ ໂດຍການນໍາໃຊ້ ໂປແກຼມ ເອັກແຊວ ໃນການວິເຄາະຂໍ້ມູນ ໃນແບບຟອມ ເກັບກໍາຂໍ້ມູນ ຂຽວ ສະອາດ ງາມຕາ ສໍາລັບ ບ້ານຕົວເມືອງ ແລະ ບ້ານຊົນນະບົດ;
ມື້ທີ 4: ລົງພາກສະໜາມທົດລອງຕົວຈິງ ທີ່ບ້ານ ສວນ (ບ້ານຊົນນະບົດ) ຜູ້ເຂົ້າຮ່ວມໄດ້ລົງເກັບກໍາຂໍ້ມູນຕົວຈິງພາຍໃນບ້ານ ໂດຍນໍາໃຊ້ແບບຟອມ ເກັັບກໍາຂໍ້ມູນ ຂຽວ ສະອາດ ງາມຕາ ສໍາລັບ ບ້ານຊົນນະບົດ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມໄດ້ສັງລວມຂໍ້ມູນ ເພື່ອວິເຄາະໂດຍໃຊ້ໂປແກຼມ ເອັແຊວ ແລ້ວນໍາສະເໜີຜົນ, ສະຫຼຸບຖອດຖອນບົດຮຽນ ແລະ ປຶກສາຫາລື ກ່ຽວກັບ ແຜນການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ຂອງ ແຂວງ ໄຊຍະບູລີ ໂດຍໄດ້ກໍານົດເອົາ 2 ບ້ານຈຸດສຸມຄື: ບ້ານ ຖິ່ນ ແລະ ບ້ານ ນາຍາວ ເມືອງ ໄຊຍະບູລີ, ແຂວງ ໄຊຍະບູລີ.
ແຜນການໃນຕໍ່ໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ຈະສືບຕໍ່ອອກແຈ້ງການໃນການປະຕິບັດວຽກງານ ຂຽວ ສະອາດ ງາມຕາ ໃຫ້ແກ່ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ແກ່ນທ້າວ, ປາກລາຍ, ຫົງສາ, ຊຽງຮ່ອນ ແລະ ໄຊຍະບູລີ ລົງປະເມີນບ້ານ ໃຫ້ໄດ້ຕາມມາດຕະຖານ ແລະ ບັນລຸຕົວຊີ້ວັດ ຂຽວ ສະອາດ ງາມຕາ ພ້ອມດຽວກັນນີ້ ກົມສິ່ງແວດລ້ອມ ກໍ່ຈະໄດ້ສືບຕໍ່ຕິດຕາມ ວຽກງານດັ່ງກ່າວເປັນແຕ່ລະໄລຍະ.