ການລົງຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດ (ການສ້າງຝາຍປ້ານນໍ້າ ແລະ ການປັກຫຼັກແດນ ໜອງເດີນ, ໜອງແມ່ຮ້າງ ແລະ ໜອງກັ່ນ ເຊຈໍາພອນ, ເມືອງ ຈໍາພອນ, ແຂວງ ສະຫວັນນະເຂດ
ກົມສິ່ງແວດລ້ອມ (ກສລ) ໄດ້ລົງຕິດຕາມການຈັດຕັ້ງປະຕິບັດ (ການສ້າງຝາຍປ້ານນໍ້າ ແລະ ການປັກຫຼັກແດນ ໜອງເດີນ, ໜອງແມ່ຮ້າງ ແລະ ໜອງກັ່ນ ເຊຈໍາພອນ, ເມືອງຈໍາພອນ, ແຂວງ ສະຫວັນນະເຂດ) ແລະ ປຶກສາຫາລືກໍານົດກິດຈະກໍາໃໝ່ ເພື່ອຂໍງົບມານຈາກໂຄງການ ຮ່ວມກັບ ພຊສ, ຫຊສ ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ໃນວັນທີ 03-07 ສິງຫາ 2020. ເຂົ້າຮ່ວມລົງຕິຕາມໃນຄັ້ງນີ້ປະກອບມີ ຄະນະພະແນກ ແລະ ວິຊາການຈາກກົມສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຈໍາປາສັກ, ຫ້ອງການສິ່ງແວດລ້ອມ ເມືອງ ຈຳພອນ ແລະຫ້ອງການສິ່ງແວດລ້ອມ ເມືອງ ປະທຸມພອນ ທັງໝົດ 18 ທ່ານ. ເພື່ອລົງຕິດຕາມການສ້າງຝາຍບ້ານນໍ້າ ແລະ ການປັກຫຼັກແດນ ໜອງເດີນ,ໜອງແມ່ຮ້າງ ແລະ ໜອງກັ່ນ ແລະ ຊຸກຍູ້ດ້ານວິຊາການໃຫ້ ພຊສ, ຫຊສ ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ໃນການກຳກິດຈະກໍາໃໝ່ເພື່ອຂໍງົບປະມານຈາກໂຄງການ. ການລົງຊຸກຍູ້ ແລະ ຕິດຕາມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ແລະ ຂໍ້ສະເໜີຂອງແຂວງ ແລະ ເມືອງດັ່ງນີ້:
– ຈັດກອງປະຊຸມຮ່ວມກັນລະຫວ່າງຂະແໜງການທີ່ໄດ້ຮັບງົບປະມານ ເພື່ອສະຫຼຸບ ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໂຄງການ;
– ສຶກສາຄວາມເປັນໄປໄດ້ໃນການຂະຫຍາຍພື້ນທີ່ ບຶງກຽດໂງ້ງ ໂດຍການປຶກສາຫາລື ຮ່ວມກັນລະຫວ່າງ ກອງເລຂາຄະນະກຳມະການຊີ້ນຳລະດັບຊາດ ແລະ ຄະນະກຳມະການຊີ້ນຳລະດັບ ແຂວງ, ເມືອງ;
– ສະໜັບສະໜູນກອງປະຊຸມປະຈຳປີ ຄະນະກຳມະການຊີ້ນຳຂັ້ນສຸນກາງ, ແຂວງ ແລະ ເມືອງ;
– ການສ້າງແຜນຄຸ້ມຄອງເຊຈໍາພອນ ປັດຈຸບັນແມ່ນສຳເລັດຮ່າງກອບແນວຄວາມຄິດ ໂດຍການສະຫຼັບສະໜູນທາງດ້ານວິຊາການ ແລະ ງົບປະມານ ຈາກ IUCN, ສໍາລັບຂັ້ນຕ້ອນຕໍ່ໄປທາງພຊສ ແຂວງ ສະຫວັນນະເຂດ ສະເໜີເປັນຜູ້ຮັບຜິດຊອບ ເພາະແຜນດັ່ງກ່າວຕ້ອງໄດ້ສອດຄ່ອງກັບແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ພ້ອມທັງຜ່ານຄວາມເປັນເອກະພາບສະພາປະຊາຊົນ ຂັ້ນແຂວງ;
– ໃຫ້ໂຄງການຊ່ວຍສ້າງສະໜາມເກັບຂີ້ເຫຍື້ອ ເມືອງຈຳພອນ;
– ໃຫ້ໂຄງການຂັ້ນສູນກາງ ກໍຄື ກົມສິ່ງແວດລ້ອມ ລົງຊ່ວຍດ້ານວິຊາການໃຫ້ແກ່ທ້ອງຖິ່ນ ໃນການຂຽນໂຄງການຍ່ອຍ.
ຫຼັງຈາກນັ້ນໄດ້ປຶກສາຫາລືກໍານົດກິດຈະກໍາໃໝ່ດັ່ງນີ້:
ກິດຈະກຳໃໝ່ ຂອງ ເຊຈຳພອນ, ເມືອງຈຳພອນ, ແຂວງ ສະຫວັນນະເຂດ
– ຈັດສັນທີ່ດິນ 8 ປະເພດ 03 ເມືອງເປົ້າໝາຍຄື: ເມືອງ ຈໍາພອນ, ເມືອງ ສອງຄອນ ແລະ ເມືອງ ຊົນນະບູລີ;
– ພຊສ ແຂວງ ສະຫັວນນະເຂດ ແລະ ຫຊສ ເມືອງຈໍາພອນ ເຫັນດີສະເໜີປັກຫຼັກແດນ ໜອງເພີ່ມຕື່ມ 02 ໜອງ ຄື: ກຸດແຄນ ແລະ ຝາຍຕະຫຼຸງ;
– ເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບກົດໝາຍ ທີ່ຕິດພັນກັບສິ່ງແວດລ້ອມ;
– ອະນາໄມໜອງພື້ນທີ່ເຂດດິນບໍລິເວນນໍ້າ ເມືອງ ຊົນນະບູລີ ແລະ ເມືອງ ສອງຄອນ;
– ຟື້ນຟູໜ້າດິນ ແລະ ປູກຕົ້ນໄມ້ລຽບຕາມແຄມຕາຝັ່ງ ເພື່ອປ້ອງກັນການເຊາະເຈື່ອນໃນ 16 ບ້ານເປົ້າໝາຍ;
– ສົ່ງເສີມບົດບາດຍິງ-ຊາຍ ກ່ຽວກັບສີມືແຮງງານ ໃຫ້ສະຫະພັນແມ່ຍິງເມືອງເປັນຜູ້ຈັດຕັ້ງປະຕິບັດ;
– ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດ ລະຫວ່າງ ເຊຈຳພອນ ແລະ ບຶງກຽດໂງ້ງ;
– ສະໜັບສະໜູນການສະເຫຼີມສະຫຼອງວັນສຳຄັນຕ່າງໆ;
– ສືບຕໍ່ການຕິດຕາມຄຸນນະພາບນໍ້າ ແລະ ຕັ້ງຫຼາວັດແທກລະດັບນໍ້າ;
– ການຕິດຕາມການຈັດຕັ້ງປະຕິບັດໂຄງການຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.
ກິດຈະກຳໃໝ່ ຂອງ ບຶງກຽດໂງ້ງ, ເມືອງປະທຸມພອນ, ແຂວງ ຈໍາປາສັກ
– ສືບຕໍ່ເກັບກຳຂໍ້ມູນດ້ານນໍ້າ ແລະ ອຸທົກກະສາດ
– ສືບຕໍ່ປັບປຸງລະບົບສຸຂາອະນາໄມຂອງນໍ້າສ້າງຂອງປະຊາຊົນ;
– ສືບຕໍ່ ສົ່ງເສີມປະຊາຊົນ ໃນ 03 ບ້ານ ປູກພືດສວນຄົວເພື່ອສ້າງລາຍໄດ້;
– ສືບຕໍ່ ອະນາໄມ ວັດສະພືດ ແລະ ພືດບຸກລຸກ ໃນບຶງ ເຂດບ້ານ ທົບສອກ ແລະ ບ້ານ ກະແລ;
– ຟື້ນຟູ ແລະ ປັບປຸງ ປະຕູນໍ້າ (ບ້ານພະໂພ), ປັບປຸງຝາຍຢູ່ (ບ້ານ ພະລາຍ) ແລະ ສ້າງຝາຍນໍ້າລົ້ນ (ບ້ານຜັກຄະ, ຫ້ວຍມ້າ) ແລະ ປູກພືດໄມ້ນໍ້າພື້ນເມືອງ;
– ຕິດຕາມຄຸນນະພາບນໍ້າບຶງກຽດໂງ້ງ;
– ເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບກົດໝາຍ ທີ່ຕິດພັນກັບສິ່ງແວດລ້ອມ ໃຫ້ 12 ບ້ານເປົ້າໝາຍໂຄງການ ລວມທັງການແກ້ໄຂຂໍ້ຄັດແຍງ;
– ສ້າງກຸ່ມເຮັດຝຸ່ນຊີວະພາບ ໃນເຂດດິນບໍລິເວນນໍ້າຕອນເທິງ.