ການອອກແຮງງານ ເພື່ອສ້າງຂະບວນການອະນາໄມ ແລະ ຕັດຫຍ້າຕາມເສັ້ນທາງໜອງບຶກ
ໃນຕອນບ່າຍ ວັນທີ 9 ກັນຍາ 2020 ສາມອົງການຈັດຕັ້ງມະຫາຊົນ ກົມສິ່ງແວດລ້ອມ ໄດ້ສ້າງຂະບວນການອອກແຮງງານ ອະນາໄມ ແລະ ຕັດຫຍ້າຕາມເສັ້ນທາງໜອງບຶກ ມີ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍສະມາຊິກສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ ການສ້າງຂະບວນການອອກແຮງງານໃນຄັ້ງນີ້ ເພື່ອເປັນການອະນາໄມຮັກສາຄວາມສະອາດ, ຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງ ເພື່ອປະກອບສ່ວນເຮັດໃຫ້ຕົວເມືອງ ຂຽວ ສະອາດ ງາມຕາ. ຂະບວນການອອກແຮງງານໃນຄັ້ງນີ້ປະກອບມີ:
– ການຕັດຫຍ້າແຄມທາງ;
– ເກັບຂີ້ເຫຍື້ອຕາມແຄມທາງ;
– ຊ້ວນດິນອອກຈາກຊ່ອງລະບາຍນໍ້າແຄມທາງ;
– ສ້ອມແຊມຕົ້ນໄມ້ແຄມທາງໃຫ້ເປັນລະບຽບຮຽບຮ້ອຍ.