ຂໍ້ມູນໂຄງການ
ໂຄງການເຂື່ອນໄຟຟ້ານໍ້າຂອງ ຈຸດຫຼວງພະບາງ ຕັ້ງຢູ່ເມືອງຈອມເພັດ, ແຂວງຫຼວງພະບາງເຂື່ອນດັ່ງກ່າວ ຖືກອອກແບບເປັນເຂື່ອນປະເພດຝາຍນໍ້າລົ້ນ ທີ່ມີລະດັບນໍ້າຖ້ວມສູງສຸດ 312 m asl ແລະ ໂຕເຂື່ອນສູງ 79.5 ມ (ຄືກັບເຂື່ອນໄຟຟ້ານໍ້າຂອງ ຈຸດໄຊຍະບູລີ) ທີ່ປະກອບ ມີ 1) ໂຄງສ້າງ Spillway ທີ່ສາມາດລະບາຍນໍ້າໄດ້ 41,400 m3/s, 2) ຄວາມສູງຂອງລິບທາງເດີນເຮືອ 35.50 ມ ແລະສາມາດຮອງຮັບນໍ້າໜັກໄດ້500 ໂຕນ, 3) ເຮືອນຈັກເພີ່ມເຕີມ ຈຸດທາງຜ່ານປາ (Auxiliary Powerhouse)3 units 60 MW ແລະ ເຮືອນຈັກ Kaplan 7 units (1unit/200 MW) ດ້ວຍອັດຕາການໄຫຼອອກແບບ 5,355 m3/s ລວມກໍາລັງການຕິດຕັ້ງັງໝົດ 1,400 MW ແລະ 4)
ທາງຜ່ານປາຂ້າງຊ້າຍ ແລະ ຂ້າງຂວາ