• ດ້ານສິ່ງແວດລ້ອມ :ສິ່ງເສດເຫລືອຈາກມັນ (ເປືອກມັນຕົ້ນ) ແລະ ສິ່ງເສດເຫລືອທີ່ເປັນ ກາກມັນຕົ້ນ (ຂີ້ແປ້ງ) ຈະມີປະລິມານ 8.449 ໂຕນ/ມື້; ສິ່ງເສດເຫລືອຈາກແຄ້ມພັກ ແລະ ພະນັກງານ ຈະມີປະລິມານ 1.2 ກິໂລ/ຄົນ ທາງໂຮງງານມີພະນັກງານ 78 ຄົນ ສະເລ່ຍແລ້ວປະມານ 93.6 ກິໂລ/ມື້ ແລະ ນໍ້າເສຍທີ່ຈະອອກຈາກຂະບວນການຜະລິດ ແມ່ນ500 m3/ມື້;
• ດ້ານສັງຄົມ: ບ້ານທີ່ຄາດວ່າຈະໄດ້ຮັບຜົນກະທົບ ແມ່ນບ້ານນາຂາມ,ເມືອງປະທຸມພອນ ແຕ່ບໍ່ມີການຈັດສັນຍົກຍ້າຍປະຊາຊົນ, ເຂດໂຮງງານ ແມ່ນກໍາມະສິດຂອງເຈົ້າຂອງໂຮງງານ. ໃນໄລຍະການກໍ່ສ້າງ ເປັນຕົ້ນ ການສັນຈອນ, ຝຸ່ນລະອອງ, ສຽງດັງ ການລັ່ງໄຫຼຂອງແຮງງານ ແລະ ໄລຍະດໍາເນີນງານ ເປັນຕົ້ນ ກິ່ນ, ນໍ້າເປື້ອນ, ສິ່ງເສດເຫຼືອ ແລະ ອື່ນໆ.