• ດ້ານສິ່ງແວດລ້ອມ: ການຂຸດຄົ້ນ ແມ່ນຈະສູນເສຍທັດສະນີຍະພາບ ຍ້ອນເຂດຂຸດຄົ້ນເປັນພູຫີນປູນ, ເກີດມີການສັ່ນສະເທືອນ ຈາກການຂຸດຄົ້ນແຮ່ ດ້ວຍການລະເບີດ, ຂຸຈົກຫີນ ແລະ ການຂົບຫີນ. ໂຮງງານປຸງແຕ່ງ ຈະມີຜົນກະທົບເປັນຕົ້ນ ຄຸນນະພາບອາກາດ ຈາກຂະບວນການຜະລິດ, ການເຜົາໄໝ້ຖ່ານຫີນ ໃນຂະບວນການຜະລິດ, ສິ່ງເສດ
ເຫຼືອຈາກການເຜົາໄໝ້, ບັນຫາເນື້ອເປື້ອນຈາກໂຮງງານ ແລະ ອື່ນໆ.
• ດ້ານສັງຄົມ:ບ້ານທີ່ຄາດວ່າຈະໄດ້ຮັບຜົນກະທົບ ແມ່ນບ້ານພີນ, ແຕ່ບໍ່ມີການຈັດສັນຍົກຍ້ານປະຊາຊົນ, ຜົນກະທົບສ່ວນໃຫຍ່ແມ່ນ ການສັນຈອນຂອງພາຫະນະເຂົ້າ-ອອກໂຄງການ, ສຽງ ແລະ ການສັ່ນສະເທືອນ ຈາກການຂຸດຄົ້ນແຮ່ ດ້ວຍການລະເບີດ, ຂຸດຈົກຫີນ ແລະ ການຂົບຫີນ