ສະເຫລີມສະຫລອງວັນສິ່ງແວດລ້ອມແຫ່ງຊາດແລະວັນສິ່ງແວດລ້ອມໂລກ
ໃນວັນທີ 6 ມິຖຸນາ 2020 ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີສະເຫລີມ ສະຫລອງ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 21 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 48 ປີ (5 ມິຖຸນາ), ພ້ອມກັບວັນປູກຕົ້ນໄມ້ແຫ່ງຊາດ ເພື່ອໂຄ ສະນາເຜີຍແຜ່ ແລະ ປຸກລະດົມທົ່ວປວງຊົນ ພ້ອມ ກັນປົກປັກຮັກສາ ແລະ ຄຸ້ມຄອງການນຳໃຊ້ຊັບພະ ຍາກອນທຳມະຊາດ ແບບປະຢັດ, ສົມເຫດສົມຜົນ ແລະ ບູລະນະຟື້ນຟູປ່າໄມ້ໃຫ້ຄືນສູ່ຄວາມອຸດົມສົມ ບູນ ເພື່ອເອື້ອອໍານວຍໃຫ້ທຸກສິ່ງທີ່ມີຊີວິດ. ການສະ ເຫລີມສະຫລອງປີນີ້, ດໍາເນີນພາຍໃຕ້ຫົວຂໍ້ ìເຖິງເວ ລາແລ້ວ ທີ່ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາ ທໍາມະຊາດ ແລະ ສິ່ງແວດລ້ອມ ຫລື ìTime for Natureî, ເຊິ່ງໃນແຕ່ລະປີ ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ ໄດ້ກຳນົດຫົວຂໍ້ ແລະ ຄຳຂວັນວັນ ສິ່ງແວດລ້ອມ ທີ່ແຕກຕ່າງກັນ ທັງນີ້ກໍເພື່ອເປັນການ ປຸກລະດົມ, ສົ່ງເສີມ ແລະ ສ້າງຈິດສຳນຶກດ້ານສິ່ງ ແວດລ້ອມ ໃຫ້ປະຊາຄົມໂລກມີສ່ວນຮ່ວມໃນການ ປ້ອງກັນ ແລະ ປົກປັກຮັກສາສິ່ງແວດລ້ອມ ດ້ວຍ ຫລາຍຮູບການທີ່ແຕກຕ່າງກັນ. ໂອກາດນີ້, ທ່ານ ນາງ ບຸນຄຳ ວໍລະຈິດ ຮອງລັດຖະ