ການໄປທັດສະນະສຶກສາ ແລກປ່ຽນບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະອານາຈັກໄທ
ໃນລະຫວ່າງ ວັນທີ 18 – 20 ກຸມພາ 2020 ຄະ ນະຜູ້ແທນຈາກລາວ ໄດ້ໄປທັດສະນະສຶກ ສາ ຕາມການເຊີນຂອງບໍລິສັດ Unii online. ຄະນະທີ່ ໄປທັດສະນະໃນຄັ້ງນີ້ ມີທັງໝົດ 8 ທ່ານ ຊື່ງມາຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ມີ 2 ທ່ານ, ສູນກາງແນວລາວສ້າງຊາດ 2 ທ່ານ, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ 1 ທ່ານ, ເມືອງ ໄຊເສດຖາ 1 ທ່ານ ແລະ ເມືອງ ສີໂຄດ ຕະບອງ 1 ທ່ານ ແລະ ນາຍບ້ານຈັນສະຫວ່າງ 1 ທ່ານ. ການໄປທັດສະນະສຶກສາ ແລກປ່ຽນບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະອານາຈັກ ໄທ ໃນຄັ້ງນີ້ ແມ່ນສືບຕໍ່ຈາກການມາສະເໜີ ກ່ຽວກັບ ການນຳໃຊ້ ຢູນີ້ ແອບປະລິເຄຊັນ ໃນການກຳຈັດຂີ້ ເຫຍື້ອ ຢູ່ທີ່ລາດຊະອານາຈັກໄທ ຊື່ງເປັນສິ່ງແປກ ໃຫມ່ ແລະ ໜ້າສົນໃຈ ໃນການນຳໃຊ້ເຄື່ອງມືດັ່ງກ່າວ ມາຈັດຕັ້ງປະຕິບັດຢູ່ ສປປ ລາວ, ຊຶ່ງໃນປະຈຸບັນ ສປປ ລາວ ແມ່ນມີບັນຫາໃນການຈັດການຂີ້ເຫຍື້ອ ໂດຍສະເພາະການຖີ້ມຂີ້ເຫຍື້ອແບບສະຊາຍ ແລະ ການຈູດຂີ້ເຫຍືອ.
ຈຸດປະສົງຂອງການໄປທັດສະນະສຶກສາ ແລກປ່ຽນ ບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ ລາດຊະອານາຈັກໄທ ແມ່ນເພື່ອໄປເບິ່ງພຶ້ນທີ່ຕົວຈິງ ທີ່ໄດ້ນຳໃຊ້ ແອບຢູ່ນີ້ ໃນການກຳຈັດຂີ້ເຫຍື້ອຕາມສູນ ເກັບຊື້ຂີ້ເຫຍື້ອຂອງ 3 ຈັງຫວັດ (ອຸດອນທານີ, ຂອນ ແກ່ນ ແລະ ສະກົນນະຄອນ) ຂອງປະເທດໄທ ວ່າໄດ້ ຮັບຜົນດີ, ຂໍສະດວກ ແລະ ຂໍ້ຍຸງຍາກຂອງແອບຍູນີ. ໄປຢ້ຽມຊົມການສ້າງທະນາຄານຂີ້ເຫຍື້ອຂອງຊຸມ ຊົນ, ການສ້າງມູນຄ່າເພີ່ມຂອງຊຸມຊົນ ໃນການເອົາ ຕຸກປຼາສະຕິກ ແປບຊີ, ແຟນຕາ ມາເຮັດເປັນຟອຍ ກວດຖະນົນ.ການໄປທັດສະນະສຶກສາ ແລກປ່ຽນບົດ ຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດ ຊະອານາຈັກໄທ ແມ່ນໃຊ້ເວລາ 03 ມື້ຄື – ວັນທີ 18 ກຸມພາ 2020 ຕອນເຊົ້າໄດ້ໄປເບີ່ງສູນ ເກັບຊື້ປະລັດສະຕີກ ຢູ່ຈັງຫວັດອຸດອນທານີ, ຕອນ ບ່າຍໄດ້ຮັບຟັງການບັນຍາຍ ກ່ຽວກັບ ການນຳໃຊ້ ແອບຢູນີ້ປະລິເຄຊັນ – 19 ກຸມພາ 2020 ຕອນເຊົ້າໄດ້ໄປ ສູນເກັບຊື້ກວດ ແກ້ວ ເບຍລິໂອ ແລະ ສູນເກັບຊື້ແກ້ວທຸກຊະນິດຂອງ
ຈັງຫວັດຂອນແກ່ນ;
– ວັນທີ 20 ກຸມພາ 2020 ໄດ້ໄປເບິ່ງ ການເຮັດຟອຍ ປັດຫົນທາງ ຈາກກະຕຸກແປບຊີ, ແຟນຕາ. ການສ້າງ ທະນາຄານຂີ້ເຫຍື້ອ. ການລ້ຽງໜອນທີ່ໃຊ້ເສດອາ ຫານ. ການເອົານ້ຳເປື້ອນຈາກອາຈົມມາເຮັດເປັນ ປຸຍຊີວະພາບ ຢູ່ຈັງຫວັດສະກົນນະຄອນ.ການໄປ ທັດສະນະສຶກສາ ແລກປ່ຽນບົດຮຽນຄວາມຮູ້ ກ່ຽວ ກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະອານາຈັກໄທ ແມ່ນເຫັນໄດ້ເຖີງຂໍສະດວກ, ຂໍຍຸງຍາກ ແລະ ຜົນດີ ຂອງການນຳໃຊ້ແອບຍູນີ ມີດັ່ງນີ້:
- ໄດ້ເຫັນສະພາບຕົວຈີງ ກ່ຽວກັບ ຄວາມຕ້ອງການ ຂີ້ເຫຍື້ອ ຢ່າງຫຼວງຫຼາຍ ທີ່ ເປັນປຼາສະຕິກ ແລະ ເປັນ ແກ້ວທຸກຊະນິດ;
- ໄດ້ຮູ້ບົດຮຽນຕົວຈີງ ກ່ຽວກັບ ການສ້າງຕັ້ງທະນາ ຄານຂີ້ເຫຍື້ອຂອງຊຸມຊົນ ເພື່ອເປັນກອງທຶນຂອງຊຸມ ຊົນ ຊຶ່ງນຳໃຊ້ໃນເວລາທີ່ມີສະມາຊີກເສຍຊີວິດ;
- ໄດ້ເຫັນຂັ້ນຕອນຢ່າງລະອຽດໃນການນຳເອົາ ກະ ຕຸກປະລັດສະຕິກມາເຮັດເປັນ ຟອຍກວດຂອງຜູ້ສູງ ອາຍຸຢູ່ໃນຊຸມຊົນ, ທັງເປັນການສ້າງລາຍໄດ້ໃຫ້ຊຸມ ຊົນ ແລະ ເປັນການລຸດຜ່ອນຂີ້ເຫຍື້ອທີ່ຈະຕ້ອງຂົນ ໄປຖີ້ມຢູ່ ສະໜາມຂີ້ເຫຍື້ອອີກດ້ວຍ;
- ໄດ້ເຫັນບົດຮຽນຕົວຈີງໃນການລ້ຽງໜອນແມງວັນ ລາຍ ດ້ວຍການນຳໃຊ້ ເສດອາຫານທຸກຊະນິດມາ ເປັນອາຫານ, ຊຶ່ງເປັນການລຸດຜ່ອນຂີ້ເຫຍື້ອປຽກ ທີ່ ຈະຕ້ອງຂົນສົ່ງໄປຖິ້ມສະໜາມຂີ້ເຫຍື້ອ ຊື່ງຈະເຮັດ ໃຫ້ມີກິ່ນເໝັ່ນອີກດ້ວຍ;
5. ໄດ້ເຫັນເຕັກນິກໃນການເຮັດໃຫ້ນ້ຳເປື້ອນຈາກອາ ຈົມ ກາຍມາເປັນ ຝຸ່ນຊີວະພາບ, ທັງເປັນການຕັດວົງ ຈອນຂອງໃບໄມ້ໃນຕັບອີກດ້ວຍ.
ພາຍຫຼັງທີ່ໄປທັດສະນະສຶກສາ ແລກປ່ຽນບົດຮຽນ ຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະ ອານາຈັກໄທແລ້ວ ທາງຄະນະຜູ້ແທນລາວຕ້ອງໄດ້ ມີການປະສານງານ ແລະ ກະກຽມແຜນການໃນຕໍ່ ໜ້າມີດັ່ງນີ້:
- ກະກຽມການສ້າງຕັ້ງທະນາຄານຂີ້ເຫຍື້ອຢູ່ບ້ານ
ຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ;
- ສັງລວມຂໍ້ມູນຂອງບໍລີສັດຂົນສົ່ງຂີ້ເຫຍື້ອ ທີ່ຂື້ນ ກັບການຄຸ້ມຄອງຂອງອົງການພັດທະນາ ແລະ ບໍລິ ຫານຕົວເມືອງວຽງຈັນ;
- ສັງລວມຂໍ້ມູນຂອງບ່ອນເກັບຊື້ຂີ້ເຫຍື້ອ ຢູ່ນະ ຄອນຫຼວງວຽງຈັນ;
- ສຶກສາບັນດານິຕິກຳທີ່ກ່ຽວຂ້ອງກັບການນຳເອົາ ແອບຢູ່ນີ້ ອະປະລີເຄຊັນມານຳໃຊ້ຢູ່ລາວ ແລະ ບັນ ດາລະບຽບການ ໃນການສົ່ງຂີ້ເຫຍື້ອອອກຈາກ ສປປ ລາວ;
5. ສຶກສາຄວາມເປັນໄປໄດ້ກ່ຽວກັບສິ່ງອຳນວຍຄວມ ສະດວກ ທີ່ຈະສົ່ງຂີ້ເຫຍື້ອອອກຈາກ ສປປ ລາວ.