ພະນັກງານ ຂັ້ນແຂວງ, ນະຄອນຫຼວງ ແລະ ອົງການ ຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຮັບການຍົກລະດັບການເປັນຜູ້ ນໍາພາດໍາເນີນກິດຈະກຳການສຶກສາ ແລະ ສ້າງຈິດສໍາ ນຶກດ້ານສິ່ງແວດລ້ອມ

ໃນລະຫວ່າງວັນທີ 24-28 ກຸມພາ 2020 ທີ່ຫ້ອງປະຊຸມວິທະຍາໄລແຄດ, ນະຄອນຫຼວງວຽງຈັນ. ກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ (ກສສ) ແລະ ທີມງານສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ (EEA) ພາຍໃຕ້ໂຄງການ ສົ່ງເສີມການນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB II) ໄດ້ຈັດຝຶກອົບຮົມການເປັນຜູ້ນໍາພາດໍາເນີນກິດຈະກໍາການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ລະດັບພື້ນຖານ. ການຝືກອົບຮົມຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ໂຣເບີດ ສະຕີວ ຫົວໜ້າທີມງານສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 29 ທ່ານ ປະກອບມີ ວິທະຍາກອນຈາກ ກສສ ແລະ ບໍລິສັດ ມາຍມິເດຍ 6 ທ່ານ, ຊ່ຽວຊານທີ່ປຶກສາຈາກບໍລິສັດ GFA 1 ທ່ານ ແລະ ນັກສຳມະນາກອນຈາກ ກສສ 2 ທ່ານ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ນະຄອນຫຼວງ 2 ທ່ານ, ພຊສ ແຂວງ ຫຼວງນໍ້າທາ 2 ທ່ານ, ພຊສ ແຂວງ ຄໍາມ່ວນ 2 ທ່ານ, ພຊສ ແຂວງ ຈໍາປາສັກ 2 ທ່ານ, ໂຄງການ ຫິນໜາມໜໍ່ 2 ທ່ານ, ຄະນະວິທະຍາສາດສິ່ງແວດລ້ອມ 2 ທ່ານ, ຄະນະວິທະຍາສາດປ່າໄມ້ 2 ທ່ານ, ສະມາຄົມຊີວະນາໆພັນລາວ 2 ທ່ານ, ສູນພັດທະນາຊົນນະບົດ 2 ທ່ານ, ຫ້ອງການຜັນຖິ່ນ 2 ທ່ານ. ຈຸດປະສົງຂອງການຝືກອົບຮົມຄັ້ງນີ້ 1) ເພື່ອຍົກລະດັບຄວາມຮູ້ພື້ນຖານ ດ້ານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ, 2) ການສຶກສາເພື່ອການພັດທະນາແບບຍືນຍົງ, 3) ການນໍາໃຊ້ສິ່ງປະຈັກຕາ ແລະ ອໍາ ນວຍຄວາມສະດວກໃນການເຮັດວຽກເປັນທີມ, 4) ການປະເມີນຊົນນະບົດແບບມີສ່ວນຮ່ວມ ແລະ 5) ທັກ ສະການເຮັດວຽກເປັນທີມ. ພາຍໃຕ້ຫົວຂໍ້ດັ່ງນີ້: 1. ການປົກປັກຮັກສາປ່າໄມ້; 2. ການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ; 3. ການອະນຸລັກສິ່ງທີ່ມີຊີວິດໃນປ່າ; 4. ການອະນຸລັກຊີວະນາໆພັນ; 5. ໄພພິບັດ ທໍາມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້; 6. ການປ່ຽນແປງດິນຟ້າອາກາດ. ວັນທີ 24 ກຸມພາ 2020 ແມ່ນໃຫ້ຜູ້ເຂົ້າຮ່ວມເລືອກເອົາຮູບທີ່ທາງຄູຝຶກກຽມໄວ້ໃຫ້ ຈາກນັ້ນໃຫ້ຜູ້ເຂົ້າແນະນໍາ

ຕົວເອງ, ໜ້າທີ່ຮັບຜິດຊອບ ແລະ ບອກສາເຫດເປັນ ຫຍັງຈຶ່ງເລືອກຮູບນັ້ນ. ທຸກຄັ້ງກ່ອນຈະຝືກອົບຮົມຈະ ຕ້ອງໄດ້ປະເມີນຄວາມຮູ້ ແລະ ທັກສະແລ້ວນໍາສະ ເໜີຈຸດປະສົງ, ວາລະ, ການເຄື່ອນໄຫວວຽກງານສຶກ ສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມໄລຍະ ຜ່ານມາ, ຄວາມຮູ້ພື້ນຖານ ກ່ຽວກັບ ການສຶກສາສິ່ງ ແວດລ້ອມ, ການພັດທະນາແບບຍືນຍົງ, 5 ຈຸດປະສົງ ຂອງການສຶກສາສິ່ງແວດລ້ອມ (ຄວາມຮູ້, ທັກສະ, ທັດສະນະຄະຕິ, ຈິດສໍານຶກ ແລະ ການປະຕິບັດ), ວິວັດ ທະນາການຂອງການສຶກສາ ເພື່ອການພັດທະ ນາແບບຍືນຍົງ ແລະ ແລກປ່ຽນສົນທະນາກັບຜູ້ເຂົ້າ ຮ່ວມ. ພາຍຫຼັງໄດ້ຮັບຟັງຈຸດປະສົງ ແລະ ວາລະຝຶກ ອົບຮົມແລ້ວ ແມ່ນທາງຄູຝືກໄດ້ແບ່ງຜູ້ເຂົ້າຮ່ວມອອກ ເປັນ 3 ກຸ່ມ ເພື່ອຫຼີ້ນເກມ ແລະ ລະດົມສະໝອງ ໂດຍ ໃຊ້ 02 ຄໍາຖາມ: ການສຶກສາສິ່ງແວດລ້ອມໃນ ສປປ ລາວ ຄວນມີຫຍັງແດ່?, ການສຶກສາເພື່ອການພັດທະ ນາແບບຍືນຍົງຂອງ ສປປ ລາວ ຄວນເປັນແບບໃດ?. ແລ້ວໃຫ້ແຕ່ລະກຸ່ມຂື້ນນໍາສະເໜີ ຕອນທ້າຍຂອງແຕ່ ລະມື້ຕ້ອງມີການສະຫຼຸບບົດຮຽນທີ່ໄດ້ຮຽນມາ. ວັນທີ 25 ກຸມພາ 2020 ແມ່ນຄູຝຶກນໍາສະເໜີຄວາມ ຮູ້ພື້ນຖານ ກ່ຽວກັບ ການນໍາໃຊ້ສິ່ງປະຈັກຕາ ແລະ ການອໍານວຍຄວາມສະດວກ ໃນການເຮັດວຽກເປັນ ທີມ, ຫຼັກການຂຽນບັດຄໍາ, ຊ່ອງທາງການຮັບຮູ້ຂອງ ຄົນເຮົາ, ບາດກ້າວການນໍາໃຊ້ບັດຄໍາ ຫຼັງຈາກນັ້ນຄູ ຝຶກແບ່ງຜູ້ເຂົ້າຮ່ວມເປັນ 3 ກຸ່ມ ໃຫ້ແຕ່ລະກຸ່ມອອກ ແບບສິ່ງປະຈັກຕາຄື: ກຸ່ມ 1 ອອກແບບໂປດສະເຕີ້, ກຸ່ມ 2 ນໍາໃຊ້ກະດານ ແລະ ບັດຄໍາ ແລະ ກຸ່ມ 3 ສະແດງລະຄອນສັ້ນ ໂດຍອີງໃສ່ຫົວຂໍ້: ìການອະນຸລັກ ສິ່ງທີ່ມີຊີວິດຢູ່ໃນປ່າî ຫຼັງຈາກນັ້ນໃຫ້ແຕ່ລະກຸ່ມຂື້ນ ນໍາສະເໜີຜົນການເຮັດວຽກກຸ່ມ. ຄູຝຶກໄດ້ນໍາສະເໜີ ຕົວຢ່າງທີ່ດີ ແລະ ບໍ່ດີ ຂອງການນໍາໃຊ້ສິ່ງປະຈັກຕາ ແລະ ແນະນໍາ ກ່ຽວກັບ ການອໍານວຍຄວາມສະດວ ກໃນການເຮັດວຽກເປັນທີມ ແລະ ນໍາໃຊ້ສິ່ງປະຈັກ ຕາໃຫ້ມີປະສິດຕິພາບແທດເໝາະກັບກຸ່ມເປົ້າໝາຍ.

ັນທີ 26 ກຸມພາ 2020 ແມ່ນຄູຝຶກໄດ້ນໍາສະເໜີ ຄວາມຮູ້ພື້ນຖານ ກ່ຽວກັບ ການປະເມີນຊົນນະບົດ ແບບມີສ່ວນຮ່ວມ ເຊິ່ງຄູຝຶກໄດ້ນໍາສະເໜີ 5 ເຄື່ອງ ມືຄື: ການຍ່າງສໍາຫຼວດ, ການແຕ້ມແຜນທີ່, ການແບ່ງ ກຸ່ມສົນທະນາ, ປະຕິທິນລະດູການ ແລະ ຕາຕະລາງ ແນວໂນ້ມຊັບພະຍາກອນ. ຈາກນັ້ນ, ຄູຝຶກແບ່ງຜູ້ ເຂົ້າຮ່ວມເປັນ 3 ກຸ່ມ ໃຫ້ແຕ່ລະກຸ່ມນໍາໃຊ້ເຄື່ອງມືດັ່ງ ກ່າວ ເພື່ອທົດລອງປະເມີນ ການນໍາໃຊ້ຊັບພະຍາ ກອນ ໃນຫົວຂໍ້ ìການຈັດການສິ່ງເສດເຫຼືອ ໃນພື້ນທີ່ວິ ທະຍາໄລແຄດî ໃຫ້ແຕ່ລະກຸ່ມຂຶ້ນນໍາສະເໜີ. ວັນທີ 27 ກຸມພາ 2020 ແມ່ນຄູຝຶກນໍາສະເໜີ 6 ຫົວ ຂໍ້: 1. ການປົກປັກຮັກສາປ່າໄມ້; 2. ການຄຸ້ມຄອງປ່າ ສະຫງວນແຫ່ງຊາດຮ່ວມກັນ; 3. ການອະນຸລັກສິ່ງ ທີ່ມີຊີວິດໃນປ່າ; 4. ການອະນຸລັກຊີວະນາໆພັນ; 5. ໄພພິບັດທໍາມະຊາດ ແລະ ຄຸນປະໂຫຍດຂອງປ່າໄມ້; 6. ການປ່ຽນແປງດິນຟ້າອາກາດ. ຄູຝຶກແບ່ງຜູ້ເຂົ້າ ຮ່ວມເປັນ 4 ກຸ່ມ ເພື່ອຄົ້ນຄວ້າເນື້ອໃນທັງ 6 ຫົວຂໍ້ ແລ້ວໃຫ້ແຕ່ລະກຸ່ມຂື້ນນໍາສະເໜີ ແລະ ຄູຝຶກແນະນໍາ ເຄື່ອງມືທີ່ໃຊ້ເຄື່ອນໄຫວວຽກງານສຶກສາ ແລະ ສ້າງ ຈິດສໍານຶກດ້ານສິ່ງແວດລ້ອມໄລຍະຜ່ານມາ ຫຼັງຈາກ ນັ້ນແບ່ງກຸ່ມ ເພື່ອທົດລອງນໍາໃຊ້ເຄື່ອງມືດັ່ງກ່າວໂດຍ ໃຫ້ແຕ່ລະກຸ່ມນໍາພາການດໍາເນີນກິດຈະກໍາ ເຊິ່ງປະ ກອບມີ ເກມຄວາມຈໍາ, ເກມຈິກຊໍ, ເກມກ່ອງປິດສະ ໜາ ແລະ ການອະທິບາຍໂປດສະເຕີ້ ແລ້ວສະຫຼຸບ ເນື້ອໃນໃຫ້ມີຄວາມເຊື່ອມໂຍງກັບຫົວຂໍ້ ຄູຝຶກຍັງໄດ້ ແນະນໍາ ກ່ຽວກັບ ບັນດາເຄື່ອງມື ແມ່ນຕ້ອງໃຫ້ແທດ ເໝາະກັບເນື້ອໃນ ແລະ ກຸ່ມເປົ້າໝາຍ. ວັນທີ 28 ກຸມພາ 2020 ແມ່ນຄູຝຶກນໍາສະເໜີຄວາມ ຮູ້ພື້ນຖານ ກ່ຽວກັບ ການຂຽນແຜນກິດຈະກຳປະ ກອບມີ ການກະກຽມວາລະ, ການຈັດວາງກິດຈະກໍາ, ການຕັ້ງຄໍາຖາມຄົ້ນຄວ້າ, ເນື້ອໃນກິດຈະກຳ, ເວລາ ແລະ ຜູ້ຮັບຜິດຊອບ ຈາກນັ້ນ ຄູຝຶກໄດ້ແບ່ງຜູ້ເຂົ້າ ຮ່ວມອອກເປັນ 3 ກຸ່ມ ໃຫ້ແຕ່ລະກຸ່ມຂຽນແຜນກິດ ຈະກໍາຄື: ກຸ່ມ 1 ໃຫ້ຂຽນແຜນກິດຈະກຳການຈັດ

ຝຶກອົບຮົມ, ກຸ່ມ 2 ຂຽນແຜນກິດຈະກຳໃນງານເທດ ສະການ ແລະ ກຸ່ມ 3 ຂຽນແຜນກິດ ສຳລັບ ບ້ານ ໃນຫົວຂໍ້: ìການອະນຸລັກສິ່ງທີ່ມີຊີວິດຢູ່ໃນປ່າî ຈາກ ນັ້ນໃຫ້ແຕ່ກຸ່ມຂື້ນນໍາສະເໜີ ແລະ ແລກປ່ຽນບົດຮຽນ ພ້ອມສະຫຼຸບສັງລວມເນື້ອໃນຂອງກິດຈະກຳ ຕໍ່ມາ ຄູຝຶກໄດ້ນໍາພາຜູ້ເຂົ້າຮ່ວມຫຼິ້ນເກມ: ຮັກສາໄຂ່ ເພື່ອ ເປັນການສ້າງຄວາມມ່ວນຊື່ນ ແລະ ເພີ່ມທັກສະການ ເຮັດວຽກເປັນທີມ ໃນຕອນທ້າຍຄູຝຶກ ໄດ້ສະຫຼຸບເນື້ອ ໃນທັງໝົດຂອງການຝຶກອົບຮົມໃນໄລຍະເວລາ 5 ວັນ ແລະ ປະເມີນຄືນຄວາມຮູ້ ແລະ ທັກສະຂອງຜູ້ເຂົ້າ ຮ່ວມ ເຊິ່ງເຫັນໄດ້ວ່າ ຜູ້ເຂົ້າຮ່ວມມີຄວາມຮູ້ ແລະ ທັກສະດ້ານການສຶກສາ ແລະ ສ້າງຈິດສໍານຶກດ້ານ ສິ່ງແວດລ້ອມ ເພີ່ມຂື້ນເມື່ອທຽບໃສ່ກັບການປະເມີນ ກ່ອນການຝຶກອົບຮົມ. ແຜນໃນຕໍ່ໜ້າ ຜູ້ເຂົ້າຮ່ວມຈະໄດ້ຝຶກອົບຮົມ ການເປັນ ຜູ້ນໍາພາດໍາເນີນກິດຈະກໍາການສຶກສາ ແລະ ສ້າງ ຈິດສໍານຶກດ້ານສິ່ງແວດລ້ອມ ລະດັບທີ 2 ໃນທ້າຍ ເດືອນ ມີນາ 2020 ເຊິ່ງນັກສໍາມະນາກອນທີ່ຈະເຂົ້າ ຮ່ວມ ແມ່ນຕ້ອງຜ່ານການຝຶກອົບຮົມໃນລະດັບພື້ນ ຖານກ່ອນຈຶ່ງຈະສາມາດເຂົ້າຮ່ວມໄດ້.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້