ພາລະບົດບາດ
ກົມສິ່ງແວດລ້ອມ ຂຽນຫຍໍ້ວ່າ “ກສລ” ຊື່ເປັນພາສາອັງກິດ Department of Environment “DoE”ໄດ້ຖືກສ້າງຕັ້ງຂຶ້ນ ແລະ ມີພາລະບົດບາດ, ໜ້າທີ່ ຕາມຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມສິ່ງແວດ ລ້ອມ, ສະບັບເລກທີ 1758/ກຊສ, ລົງວັນທີ 06 ພຶດສະພາ 2020, ຊຶ່ງແມ່ນກົງຈັກໜຶ່ງ ຂຶ້ນກັບ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ໃນການຄຸ້ມຄອງມະຫາພາກວຽກງານປ້ອງກັນ, ຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ຍືນຍົງ, ການ ປົກປັກຮັກສາສິ່ງແວດລ້ອມ, ການສົ່ງເສີມ ແລະ ການມີສ່ວນຮ່ວມຂອງມວນຊົນ ໃນຂອບເຂດທົ່ວປະເທດ.
ກົມສິ່ງແວດລ້ອມ ປະກອບດ້ວຍ 06 ພະແນກ ຄື:
- ພະແນກ ຄຸ້ມຄອງຂໍ້ມູນສິ່ງແວດລ້ອມ.
- ພະແນກ ນະໂຍບາຍ ສິ່ງແວດລ້ອມ.
- ພະແນກ ສົ່ງເສີມສິ່ງແວດລ້ອມ.
- ພະແນກ ຄຸ້ມຄອງສິ່ງແວດລ້ອມພະລັງງານ.
- ພະແນກ ຄຸ້ມຄອງສິ່ງແວດລ້ອມບໍ່ແຮ່.
- ພະແນກ ຄຸ້ມຄອງສິ່ງແວດລ້ອມທົ່ວໄປ.